ໂຮງງານປຸງແຕ່ງແປ້ງມັນຕົ້ນທັນສະໄໝ ດ້ວຍມູນຄ່າການລົງທຶນ70ລ້ານໂດລາ ຢູ່ແຂວງຈຳປາສັກ ຈະກໍ່ສ້າງສໍາເລັດພາຍໃນ2 ປີ 

1704

ໂຄງການສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນຢູ່ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈະກໍ່ສ້າງໃຫ້ສໍາເລັດພາຍ ໃນ 2 ປີຕໍ່ໜ້າ( 24 ເດືອນ)ຕາມສັນຍາ ໂດຍແມ່ນບໍລິສັດ ເອໄອດີຊີການຄ້າ ຈຳກັດຜູ້ດຽວ ຈະເປັນຜູ້ກໍ່ສ້າງ.

ພິທີເຊັນສັນຍາ ຮ່ວມມື ໂຄງການສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນຢູ່ເມືອງບາຈຽງຈະເລີນສຸກ ແລະ ຈຸດເກັບຊື້ສິນຄ້າກະສິກຳ ໃນແຂວງຈຳປາສັກ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ຕາງໜ້າໂດຍ ພະແນກອຸດສະຫະກຳ ແລະ ການຄ້າແຂວງ ໂດຍຮ່ວມກັບ ກະຊວງ ອຸດສະຫະກຳ ແລະ ກ້ານຄ້າ ຕາງໜ້າໂດຍ ກົມອຸດສະຫະກຳ ແລະ ຫັດຖະກຳ ແລະ ບໍລິສັດ ເອໄອດີຊີການຄ້າ ຈຳກັດຜູ້ດຽວ ຈັດຂຶ້ນໃນຕອນຄໍ່າວັນທີ 26 ສິງຫາ 2021 ທີ່ໂຮງແຮມຈຳປາສັກແກຣນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີການຄ້າ ຈຳກັດຜູ້ດຽວ; ມີ ບັນດາທ່ານ ຫົວໜ້າກົມ ຮອງຫົວໜ້າກົມ ຈາກ ກະຊວງທີ່ກ່ຽວຂ້ອງ, ບັນດາທ່ານ ການນໍາແຂວງ, ຫົວໜ້າພະແນກການ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພຶດສະພາ ພູມມະສັກ ໄດ້ກ່າວວ່າ: ໂຄງການສ້າງໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ເອໄອດີຊີການຄ້າ ຈຳກັດຜູ້ດຽວ ທີ່ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແມ່ນໂຮງງານຜະລິດແປ້ງມັນຕົ້ນທີ່ທັນສະໄໝແຫ່ງທໍາອິດ ແລະໃຫຍ່ທີ່ສຸດໃນ ສປປລາວ ຊຶ່ງມີມູນຄ່າການລົງທຶນ 70 ລ້ານໂດລາ ນັບແຕ່ມື້ເຊັນສັນຍາຈະກໍ່ສ້າງໃຫ້ສໍາເລັດເປັນເວລາ 24 ເດືອນຫຼືໄວກວ່ານີ້.

ເມື່ອສ້າງສໍາເລັດຈະຜະລິດແປ້ງມັນຕົ້ນໄດ້ 450 ໂຕນຕໍ່ວັນ,ສາມາດສ້າງວຽກເຮັດງານທໍາແກ່ແຮງງານລາວເຂົ້າເຮັດວຽກບໍ່ຕໍ່າກ່ວາ 500 ຄົນ.ການສ້າງໂຮງງານແມ່ນເພື່ອເປັນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າກະສິກຳ.

ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນ ບາງຕອນວ່າ: ໃນນາມຕາງໜ້າໃຫ້ອົງຄະນະພັກ, ອົງ ການປົກຄອງແຂວງ ກໍຄືປະຊາຊົນຊາວແຂວງຈໍາປາສັກ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ ແລະ ຂໍສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ທີ່ໄດ້ໃຫ້ຄວາມສໍາຄັນ ໃນການພັດທະນາແຂວງຈໍາປາສັກ ໂດຍສະເພາະ ແມ່ນ ບໍລິສັດ ເອໄອດີຊີການຄ້າ ຈໍາກັດຜູ້ດຽວ ທີ່ໄດ້ໃຫ້ຄວາມສໍາຄັນ ໄດ້ລົງທຶນເຂົ້າໃສ່ໂຄງການສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ຈຸດເກັບຊື້ສິນຄ້າກະສິກໍາ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການຜະລິດດ້ານກະສິກໍາ ເຊິ່ງເປັນພື້ນຖານ ເສດຖະກິດ ຂອງປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືເສດຖະກິດຂອງແຂວງຈຳປາສັກ, ທັງເປັນການຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການສົ່ງເສີມ ແລະ ຂະຫຍາຍການຜະລິດກະສິກໍາ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຂອງແຂວງຈຳປາສັກພວກເຮົາ ໃນການສົ່ງອອກສູ່ສາກົນ.