ບົ່ງຕົວແຕ່ງຕັ້ງ ສະຫາຍ ສະນັ່ນ ສີພາພົມມະຈັນ ເປັນຮອງເລຂາຄະນະບໍລິຫານງານພັກ ແຂວງຈຳປາສັກ

1286

ໃນວັນທີ 27 ສິງຫາ 2021 ທີ່ສະໂມສອນ (ຫລັກ4) ແຂວງຈຳປາສັກ ໄດ້ມີພິທີ ປະກາດບົ່ງຕົວແຕ່ງຕັ້ງຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ ແລະ ກໍາມະການພັກແຂວງຈໍາປາສັກ ສະໄໝທີ VIII ເພີ່ມເຕີມ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຈຳປາສັກ, ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ, ພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ.


ໃນພິທີ, ສະຫາຍ ສາຍທອງ ໄຊຍະວົງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 154/ຄລສພ, ລົງວັນທີ 19 ກໍລະກົດ 2021 ວ່າດ້ວຍການປົ່ງຕົວແຕ່ງຕັ້ງ ຮອງເລຂາພັກແຂວງ, ກຳມະການປະຈໍາພັກແຂວງ ແລະ ກຳມະການພັກແຂວງຈໍາປາສັກ ເພີ່ມເຕີມ, ເຊິ່ງປະກອບດ້ວຍ ບັນດາສະຫາຍ ຄື: ສະຫາຍ ສະນັ່ນ ສີພາພົມມະຈັນ ເປັນຮອງເລຂາພັກແຂວງ, ສະຫາຍ ບົວທອງ ສຸວັນນະສານ ເປັນກຳມະການປະຈໍາພັກແຂວງ ແລະ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ເປັນກຳມະການພັກ ແຂວງ ຈຳປາສັກ.


ໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ, ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ບັນຫາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະພັກຂັ້ນເທິງ ແລະ ເພື່ອເຮັດໃຫ້ ການປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ຈະຕ້ອງເອົາໃຈໃສ່ກຳ ແໜ້ນພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ; ນຳພາສຶກສາອົບຮົມການ ເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ເປັນເອກະພາບພາຍໃນພັກໃຫ້ມີຄວາມໜັກແໜ້ນ, ເພີ່ມທະວີຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃຫ້ພະນັກງານ-ສະມາຊິກພັກ.

ສືບຕໍ່ນຳພາປັບ ປຸງການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບ ຂອງການຈັດຕັ້ງຮາກຖານພັກ, ຢຶດໝັ້ນຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ເສີມຂະຫຍາຍແບບແຜນນຳພາ ທີ່ເປັນມູນເຊື້ອຂອງພັກ ເປັນຕົ້ນ ການເຄື່ອນໄຫວນຳພາ ໂດຍຜ່ານແນວທາງ ແລະ ການຈັດຕັ້ງຂອງພັກ, ນຳພາຕາມແນວທາງມະຫາຊົນຂອງພັກ ເອົາການປຸກລະດົມຂົນຂວາຍ ສົບທົບກັບຄວາມເປັນແບບ ຢ່າງນຳໜ້າຂອງຄະນະພັກ, ສະມາຊິກພັກ ແລະ ການຈັດຕັ້ງພັກທຸກຂັ້ນ.

ຂ່າວ-ຮູບ: ທັດຊະນະ