ຫຼວງພະບາງ ບໍ່ອະນຸຍາດໃຫ້ຈັດກອງປະຊຸມພາຍໃນແຂວງ ເລັ່ງສະກັດກັ້ນການລະບາດພະຍາດໂຄວິດ-19ໂດຍໄວ

595

ການແຜ່ລະບາດຂອງໂຄວິດ-19 ໃນປັດຈຸບັນແມ່ນຍັງໜັກຢູ່ ແລະໄດ້ແຈກຢາຍຢູ່ຫຼວງແຂວງໃນ ຂອບເຂດທົ່ວປະເທດ. ດັ່ງນັ້ນ, ເພື່ອຄວາມປອດໄພຫຼວງພະບາງໄດ້ອອກແຈ້ງການເລື່ອງໂຈະການຈັດປະຊຸມຕ່າງໆພາຍໃນແຂວງຂອງຕົນ ຈົນວ່າສະຖານະການຈະຄີ່ຄາຍລົງ.

ເພື່ອເປັນທີ່ເຂົ້າໃຈຂອງທຸກພາກສ່ວນ ແຂວງຫຼວງພະບາງໄດ້ອອກແຈ້ງການສະບັບ ເລກທີ 6987/ສພກ.ຫຼບ ລົງວັນທີ 26 ສິງຫາ 2021 ຕໍ່ພາກສ່ວນຕ່າງໆ ທີ່ມີການສະເໜີເຂົ້າມາຂໍຈັດປະຊຸມ ຫຼື ກິດຈະກຳອື່ນໆພາຍໃນແຂວງຫຼວງພະບາງ.

 

ໃນແຈ້ງການລະບຸວ່າ ເນື່ອງຈາກມີຫຼາຍພາກສ່ວນທີ່ສະເໜີຂໍຈັດປະຊຸມຢູ່ທີ່ຫຼວງພະບາງນັ້ນ ທາງຄະນະສະເພາະກິດແມ່ນບໍ່ອະນຸມັດໃຫ້ຈັດກອງປະຊຸມຢ່າງເດັດຂາດ ( ໂຈະເປັນການຊົ່ວຄາວ ) ນັ້ນກໍ່ເພາະວ່າ ແຂວງຫຼວງພະບາງແມ່ນຍັງມີຄວາມສ່ຽງສູງໃນການແຜ່ລະບາດຂອງໂຄວິດ-19 ຮອບໃໝ່ທີ່ຈະແຜ່ລາມເປັນວົງກວ້າງ.

ດັ່ງນັ້ນ, ຈຶ່ງແຈ້ງການໃຫ້ໂຈະການຈັດປະຊຸມພາຍໃນແຂວງຫຼວງພະບາງຈົນກວ່າຈະມີການຢັບຢັ້ງຕໍ່ກັບສະຖານະການດັ່ງກ່າວ ຖ້າຫາກວ່າພາກສ່ວນໃດບໍ່ປະຕິບັດຕາມ ແຈ້ງການນີ້ ຫາກກໍລະນີມີຫຍັງເກີດຂຶ້ນແມ່ນຈະໃຫ້ຮັບຜິດຊອບທັງໝົດ.