ສ.ເກົາຫຼີ ປັບຂຶ້ນອັດຕາດອກເບ້ຍພື້ນຖານເປັນ 0,75%

333

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ສິງຫາ 2021 ວ່າ: ທະນາຄານແຫ່ງສາທາລະນະລັດເກົາຫຼີ ໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານຈາກລະດັບ 0,5% ເປັນ 0,75% ໂດຍຕັ້ງເປົ້າເພື່ອຄວບຄຸມໜີ້ພາກຄົວເຮືອນ ແລະ ລາຄາທີ່ຢູ່ອາໄສທີ່ເພີ່ມສູງຂຶ້ນ.

ການປັບຂຶ້ນຄັ້ງນີ້ເປັນຄັ້ງທຳອິດໃນຮອບ 3 ປີ ທີ່ທະນາຄານກາງ ສ.ເກົາຫຼີ ປັບຂຶ້ນອັດຕາດອກເບ້ຍພື້ນຖານ ເຊິ່ງທະນາຄານກາງ ແຫ່ງ ສາທາລະນະລັດເກົາຫຼີ ໄດ້ພະຍາຍາມຮັກສາຄວາມສົມດຸນລະຫວ່າງການສະໜັບສະໜູນການຟື້ນຕົວຂອງເສດຖະກິດ ກັບຄວາມສ່ຽງຈາກໜີ້ສິນທີ່ເພີ່ມຂຶ້ນ.

ທັງນີ້, ຄະນະຜູ້ບໍລິຫານຂອງທະນາຄານກາງ ແຫ່ງ ສ.ເກົາຫຼີ ເຊິ່ງມີຂະໜາດເສດຖະກິດໃຫຍ່ ອັນດັບ 4 ຂອງທະວີບອາຊີ ໄດ້ສົ່ງສັນຍານຈະປັບຂຶ້ນອັດຕາດອກເບ້ຍມາແຕ່ເດືອນພຶດສະພາຜ່ານມາ ແຕ່ຕ້ອງໂຈະໄວ້ກ່ອນ ເນື່ອງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ແລະ ເມື່ອສະຖານະການດີຂຶ້ນ ຈຶ່ງຕັດສິນໃຈປັບຂຶ້ນໃນຄັ້ງນີ້.