ຫວຽດນາມ ສົ່ງທະຫານໄປແຂວງບິ້ງເຢືອງ ຫຼັງໂຄວິດລະບາດໃນນິຄົມອຸດສາຫະກຳ

262

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 27 ສິງຫາ 2021 ວ່າ: ຫວຽດນາມໄດ້ສົ່ງທະຫານ 2.000 ຄົນ ໄປຍັງເຂດອຸດສາຫະກຳໃນແຂວງ ບິ້ງເຢືອງ ຫຼັງເກີດການລະບາດຂອງພະຍາດໂຄວິດ – 19 ໃນໂຮງງານອຸດສາຫະກຳຢ່າງໜັກ ໂດຍຄາດວ່າອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນສູງໃນອີກ 2 ອາທິດຂ້າງໜ້ານີ້.

ແຂວງບິ້ງເຢືອງ ຂອງຫວຽດນາມ ເຊິ່ງເປັນສູນກາງຂອງພາກອຸດສາຫະກຳຂອງພູມີພາກອາຊີຕາເວັນອອກສ່ຽງໃຕ້ ແລະ ມີໂຮງງານອຸດສາຫະກຳຂະໜາດໃຫຍ່ຂອງຫວຽດນາມ ກຳລັງປະເຊີນກັບການລະບາດຂອງພະຍາດໂຄວິດຮອບໃໝ່ ໂດຍຂະນະນີ້ພົບຜູ້ຕິດເຊື້ອແລ້ວ 81.000 ກວ່າຄົນ ແລະ ຄາດວ່າອີກ 2 ອາທິດຂ້າງໜ້ານີ້ ອາດຈະມີຜູ້ຕິດເຊື້ອເພີ່ມສູງຂຶ້ນ ໂດຍສະເພາະເຂດນິຄົມອຸດສາຫະກຳ ເຊິ່ງຂະນະນີ້ທາງການຂອງທ້ອງຖິ່ນໄດ້ກຽມແຜນຮັບມືກັບສະຖານະການທີ່ອາດຈະເກີດຂຶ້ນແລ້ວ.

ທັງນີ້, ກຳລັງທະຫານ 2.000 ຄົນ ທີ່ລົງໄປຊ່ວຍແຂວງບິ້ງເຢືອງນັ້ນ ຈະເປັນກຳລັງເສີມໃນການຮັບມືກັບການລະບາດ, ນອກຈາກນີ້ຍັງໄດ້ສົ່ງລົດ ແລະ ໜ່ວຍແພດເຄື່ອນທີ່ສຸກເສີນອີກ 50 ຄັນ ແລະ ລົດພະຍາບານອີກ 15 ຄັນ ເຂົ້າໄປສົມທົບ.

ຂະນະທີ່ໃນນະຄອນໂຮຈິມິນ ຍັງມີກຳລັງທະຫານລາດຕະເວນ ເພື່ອເບິ່ງແຍງຄວາມສະຫງົບຮຽບຮ້ອຍ ລວມທັງລາດຕະເວນເພື່ອໃຫ້ປະຊາຊົນປະຕິບັດຕາມມາດຕະການຄວບຄຸມພະຍາດໂຄ ວິດ – 19 ຢ່າງເຂັ້ມງວດ ໂດຍບໍ່ໃຫ້ປະຊາຊົນອອກຈາກທີ່ພັກອາໄສ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຍົກເວັ້ນແຕ່ເກີດເຫດສຸກເສີນ ຫຼື ໄປພົບແພດໝໍເທົ່ານັ້ນ ໂດຍກອງທັບຈະເປັນຜູ້ສົ່ງສະບຽງອາຫານໃຫ້ເຖິງທີ່ຢູ່ອາໄສເລີຍ.