ຮ່ວມໃຫ້ກໍາລັງໃຈ ແກ່ນ ເທບທິດາ ໜຶ່ງດຽວຈະລົງແຂ່ງໃນ ພາຣາແລມປິກ ວັນອາທິດນີ້ ປະເພດ T13 ມີເຖິງ 3 ກຸ່ມ

540

ງານມະຫາກໍາກີລາ ພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປີດສາກຂຶ້ນຢ່າງເປັນທາງການແລ້ວໃນວັນທີ 24 ສິງຫາ ແລະ ຈະສໍາເລັດໃນວັນທີ 5 ກັນຍາ 2021, ສ່ວນ ແກ່ນ ເທບທິດາ ເຊິ່ງເປັນນັກກີລາຈາກ ສປປ ລາວ ຄົນດຽວທີ່ໄດ້ເຂົ້າຮວມຊີງໄຊໃນຄັ້ງນີ້ ໃນກີລາແລ່ນ-ລານຄົນພິການປະເພດ T13 ຈະລົງແຂ່ງຂັນໃນວັນອາທິດທີ 29 ສິງຫາ 2021.

ປັດຈຸບັນ ແກ່ນ ເທບທິດາ ແມ່ນມີຄວາມພ້ອມ 100% ຫຼັງຈາກທີ່ໄດ້ຝຶກຊ້ອມທັງພາຍໃນປະເທດ ແລະ ກ່ອນໜ້ານີ້ແມ່ນໄດ້ເຂົ້າເກັບຕົວຝຶືກຢູ່ ເມືອງອີເສະ ແຂວງມີເອະ ປະເທດຍີ່ປຸ່ນ ນັບແຕ່ວັນທີ 12 ສິງຫາ 2021 ຈົນຫຼ້າສຸດແມ່ນຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນທີ່ຮຽບຮ້ອຍ ເພື່ອກຽມລົງແຂ່ງຂັນໃນວັນທີ 29 ສິງຫາ 2021 ເຊິ່ງໃນລາຍແລ່ນ-ລານຄົນພິການ 100 ແມັດຊາຍ ລະດັບຄວາມພິການ T13 ແມ່ນມີຢູ່ 3 ກຸ່ມ ( ສ່ວນລາຍຊື່ນັກກີຈະມີການປະກາດໃນມື້ນີ້ວັນນີ້ 27 ສິງຫາ 2021 ຈະລາຍງານໃຫ້ຊາບຕື່ມ ) ຈະເລີ່ມແຂ່ງຂັນແຕ່ເວລາ 12:28 ໂມງເປັນຕົ້ນໄປຕາມເວລາ ເພື່ອລຸ້ນເຂົ້າຮອບຊີງຊະນະເລີດ.

ແກ່ນ ເທບທິດາ ເປີດເຜີຍຕໍ່ທີມຂ່າວພວກເຮົາວ່າ: ໃນວັນທີ 24 ສິງຫາ 2021 ນ້ອງກໍໄດ້ຮັບກຽດຖືທຸງຊາດລາວ ສູ່ພິທີເປີດການແຂ່ງຂັນ ພາຣາແລມປິກ 2020 ເຊິ່ງເປັນຄັ້ງທໍາອິດທີ່ນ້ອງໄດ້ຮັບກຽດຍິ່ງໃຫຍ່ໃນການແຂ່ງຂັນພາຣາແລມປິກ ໂດຍນ້ອງມີນັດລົງແຂ່ງຂັນໃນວັນທີ 29 ສິງຫາ 2021 ແລະ ກໍມີຄວາມພ້ອມເຕັມທີ່ ພ້ອມຫວັງສ້າງຜົນງານໃຫ້ດີທີ່ສຸດ, ສ່ວນທີ່ຜ່ານມາ ນ້ອງກໍໄດ້ຝຶກຊ້ອມເປັນປົກກະຕິ ແລະ ໃນວັນທີ 12 ສິງຫາ ທີ່ຜ່ານມາແມ່ນໄດ້ໄປເກັບຕົວຝຶກຊ້ອມຢູ່ ເມືອງອີເສະ ແຂວງມີເອະ ປະເທດຍີ່ປຸ່ນ ເຊິ່ງການຝຶກຊ້ອມໃນໂຄ້ງສຸດທ້າຍນີ້ແມ່ນເນັ້ນເຕັກນິກຕ່າງ ແລະ ການເລັ່ງຄວາມໄວເຂົ້າເສັ້ນໄຊ ລວມເຖິງການຮັກສາຕົວເອງບໍ່ໃຫ້ໄດ້ຮັບບາດເຈັບ.

ສໍາລັບ ແກ່ນ ເທບທິດາ ເກີດວັນທີ 29 ພະຈິກ 1999 ທີ່ບ້ານລາດບວກ ເມືອງແປກ ແຂວງຊຽງຂວາງ ສູງ 170 ຊັງຕີແມັດ ແລະ ນໍ້າໜັກ 64 ກິໂລແມັດ ມີສະຖິິຕິການແລ່ນທີ່ດີທີ່ສຸດກ່ອນໜ້ານີ້ແມ່ນ 11,29 ວິນາທີ ຈົນຮອດປັດຈຸບັນຈາກການຜົນສໍາເລັດຂອງການຝຶກຊ້ອມຢ່າງໜັກ ເຮັດໃຫ້ ແກ່ນ ສາມາດສ້າງສະຖິຕິໃໝ່ 11,25 ວິນາທີໃນປະເພດ 100 ແມັດໃນປີ 2021 ເຊິ່ງຕິດອັນດັບທີ 10 ຂອງໂລກ ຖ້າທຽບໃສ່ສະຖິຕິດີທີ່ສຸດຂອງນັກກີລາແລ່ນ-ລານຄົນພິການໃນລະດັບໂລກປະຈໍາປີ 2021 ຈຸດນີ້ຈະເປັນອີກໜຶ່ງຄວາມໝັ້ນໃຈຂອງ ແກ່ນ ກ່ອນລົງແຂ່ງຂັນພາຣາແລມປິກຄັ້ງນີ້.

ສ່ວນຜົນງານ ຜົນງານທີ່ຜ່ານມາແມ່ນເຂົ້າຮ່ວມການແຂ່ງຂັນລະດັບອາຊີ ຄວ້າອັນດັບ 5 ທັງປະເພດ 100 ແມັດ ແລະ 200 ແມັດ. ນອກນັ້ນ, ຍັງເຄີຍເຂົ້າຮ່ວມຊີງແຊັມໂລກຢູ່ທີ່ນະຄອນຫຼວງດູໄບ ແມ່ນໄດ້ອັນດັບທີ 13. ຂະນະທີ່ ຜົນງານພາຍໃນປະເທດ ແມ່ນເຄີຍແຂ່ງເອົາຊະນະນັກກີລາແລ່ນ-ລານ ລາວທີ່ບໍ່ພິການ ແລະ ພິການມາຫຼາຍຄົນແລ້ວ.
ຂ່າວ: ຫຼ້າ MKP; ຮູບ: Ken Thepthida ແລະ Embassy of Japan in Laos