ສອງປີ ລະຄອນເພັງເສຍຫາຍຍ້ອນໄພພິບັດຫຼາຍກວ່າ 500 ລ້ານກີບ

417

ໄພພິບັດ ແມ່ນເຫດການທີ່ທຸກຄົນບໍ່ເພິ່ງປາຖະໜາ ແລະບໍ່ສາມາດຄາດເດົາລ່ວງໜ້າໄດ້ ເຊິ່ງເມື່ອເກີດຂຶ້ນແລ້ວຈະສ້າງຄວາມເສຍຫາຍບໍ່ຫຼາຍກໍ່ໜ້ອຍຕໍ່ສະພາບເສດຖະກິດ-ການຜະລິດຢ່າງຫຼີກລຽງບໍ່ໄດ້ ຍິ່ງປັດຈຸບັນນີ້ ທີ່ຍັງເປັນຊ່ວງຂອງລະດູຝົນຢູ່ ກໍ່ອາດເກີດເຫດການຕ່າງໆເຫຼົ່ານີ້ໄດ້ທຸກຄົນຈິ່ງຕ້ອງມີສະຕິໃນການຕິດຕາມສະພາບຝົນຟ້າອາກາດ ແນວປ້ອງກັນໄດ້ຕ້ອງກັນໄວ້ແຕ່ຕົ້ນເຫດ.

ຍ້ອນບັນຫາໄພພິບັດໃນ 2 ປີຜ່ານມາຢູ່ເມືອງລະຄອນເພັງມີ 4 ຄັ້ງ ນັ້ນໄດ້ສ້າງຄວາມເສຍຫລາຍຫລາຍກວ່າ 500 ລ້ານກີບ, ໃນນັ້ນເກີດຈາກອັກຄີໄພ 2 ຄັ້ງ ເຮືອນຂອງປະຊາຊົນເສຍຫາຍ 4 ຫຼັງ ມູນຄ່າເສຍຫາຍຫຼາຍກວ່າ 266 ລ້ານກີບ, ເກີດລົມພະຍຸພັດ 2 ຄັ້ງ ເຮັດໃຫ້ເຮືອນຊານຂອງປະຊາຊົນພາຍໃນເມືອງ ໄດ້ຮັບຄວາມເສຍຫາຍ 146 ຫຼັງ ມີປະຊາຊົນໄດ້ຮັບຜົນກະທົບ 420 ຄົນ ໃນ 31 ບ້ານ ມູນຄ່າເສຍຫາຍຫຼາຍກວ່າ 261ລ້ານກີບ.


ເພື່ອໃຫ້ການຊ່ວຍເຫຼືອພື້ນຖານແກ່ຜູ້ໄດ້ຮັບຄວາມເສຍຫາຍຈາກໄພພິບັດ ໃນວັນທີ 26 ສິງຫາ 2021 ນີ້, ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນລະຄອນສີ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງລະຄອນເພັງ, ແຂວງສາລະວັນພ້ອມພາກສ່ວນກ່ຽວຂ້ອງພາຍໃນເມືອງ ກໍໄດ້ໃຫ້ການຊ່ວຍເຫຼືອ ມີທັງເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຄິດເປັນມູນຄ່າເກືອບ 36 ລ້ານກີບ ແລະ ໄດ້ຄົ້ນຄວ້າອະນຸມັດເງິນກອງທຶນສັງຄົມສົງເຄາະຂັ້ນເມືອງ ໄປຊ່ວຍເຫຼືອຄອບຄົວສະມາຊິກກອງທຶນທີ່ໄດ້ຮັບຜົນກະທົບຈາກລົມພະຍຸພັດຫຼາຍ 33 ລ້ານກີບ.