5 ປະໂຫຍດຂອງການກິນ ໝາກເຜັດຈົນແຂງແຮງ

576

ຂຶ້ນຊື່ວ່າໝາກເຜັດກໍຕ້ອງຄິດຮອດຄວາມເຜັດເປັນສິ່ງທຳອິດ ແຕ່ຮູ້ ຫຼື ບໍ່ວ່າ ນອກຈາກຄວາມເຜັດຈະຊ່ວຍເພີ່ມມິຕິໃຫ້ກັບອາຫານຈານແຊບຂອງເຮົາແລ້ວ ປະໂຫຍດຂອງຄວາມເຜັດ ຊາກໝາກເຜັດກໍຊ່ວຍໃຫ້ຮ່າງກາຍສຸຂະພາບດີຂຶ້ນພ້ອມ. ມື້ນີ້ຜູ້ຂຽນຈະມາອະທິບາຍໃຫ້ຮູ້ວ່າກິນເຜັດແລ້ວດີມີປະໂຫຍດແນວໃດ.

May be an image of food and indoor

ຊ່ວຍຫຼຸດຄວາມຄຽດ

ການກິນເຜັດຊ່ວຍຜ່ອນຄາຍຄວາມຄຽດໃຫ້ຫຼຸດລົງ ເພາະເວລາເຮົາຮູ້ສຶກເຜັດຢູ່ລີ້ນນັ້ນ ຮ່າງກາຍຈະຕອບສະໜອງວ່າເປັນຄວາມເຈັບປວດ ເມື່ອສະໝອງຮັບຮູ້ວ່າຮ່າງກາຍເຈັບປວດກໍຈະຫຼັ່ງຮໍໂມນເອັນດໍຟິນ ແລະ ໂດພາມີນ ທີ່ເປັນຮໍໂມນແຫ່ງຄວາມສຸກອອກມາ ເຮັດໃຫ້ຮ່າງກາຍ ແລະ ສະໝອງເກີດການຜ່ອນຄາຍ ແຕ່ກໍຢ່າກິນເຜັດຈົນເກີນໄປ ເພາະດຽວຈະເຜັດຈົນນ້ຳຕາໄຫຼກ່ອນຈະໄດ້ຄາຍຄຽດ.

May be an image of 1 person and food

ເພີ່ມການເຜົາຜານ

ເມື່ອກິນເຜັດ ຮ່າງກາຍຂອງເຮົານັ້ນຈະມີເຫື່ອອອກງ່າຍ ເພາະສານແຄບໄຊຊິນ ( Capsaicin ) ທີ່ມີຢູ່ໃນໝາກເຜັດ ຊ່ວຍກະຕຸ້ນການເຮັດວຽກຂອງລະບົບປະສາດສ່ວນກາງໃຫ້ຫຼັ່ງຮໍໂມນອະດີນາລີນອອກມາ ເຮັດໃຫ້້ອັດຕາການເຜົາຜານພະລັງງານ ແລະ ໄຂມັນໃຫ້ມີປະສິດທິພາບດີຍິ່ງຂຶ້ນ. ນອກຈາກນີ້, ສານແຄບໄຊຊິນມີສ່ວນຊ່ວຍໃນການຫຼຸດການຢາກອາຫານລົງເຮັດໃຫ້ເຮົາຫິວຫຼາຍຂຶ້ນນຳອີກ.

May be a closeup of 1 person

ການກະຕຸ້ນໄຫຼວຽນຂອງເລືອດ

ຄວາມເຜັດທີ່ໄດ້ຈາກສານແຄບໄຊຊິນຈະເຂົ້າໄປຢຸດຢັ້ງການຫົດຕົວຂອງຫຼອດເລືອດ ສົ່ງຜົນໃຫ້ຫຼອດເລືອດຂອງເຮົາເກີດການຂະຫຍາຍຕົວ ແລະ ສົ່ງເລືອດໄປລ້ຽງອະໄວຍະວະສ່ວນອື່ນໆໄດ້ດີ ເໝາະສຳລັບຄົນເຈັບພະຍາດມືເຢັນທີ່ເລືອດໄຫຼວຽນໄປບໍ່ຮອດອະໄວຍະວະສ່ວນປາຍ.

ເບິ່ງແຍງຫົວໃຈ

ວິຕາມິນໃນໝາກເຜັດສົດຊ່ວຍຫຼຸດສາເຫດໜຶ່ງຂອງການເປັນພະຍາດຫົວໃຈ ລວມໄປເຖິງຊ່ວຍລະລາຍລິ່ມເລືອດທີ່ອັດຕັນບໍ່ໃຫ້ຈັບຕົວເປັນກ້ອນ.

ຫາຍໃຈສະດວກ

ຄວາມເຜັດຮ້ອນຂອງໝາກເຜັດ ຊ່ວຍລະລາຍເສມຫະ ແລະ ຫຼຸດປະລິມານນ້ຳມູກທີ່ກີດຂວາງລະບົບທາງເດີນຫາຍໃຈ ເຮັດໃຫ້ດັງໂລ່ງຫາຍໃຈສະດວກຂຶ້ນ.

ນີ້ກໍຄືປະໂຫຍດຂອງໝາກເຜັດທີ່ຜູ້ຂຽນໄດ້ເອົາມາໃຫ້ທຸກທ່ານໃຫ້ຮູ້ຈັກຜົນດີຂອງໝາກເຜັດ ການກິນເຜັດຊ່ວຍໃຫ້ລະບົບຮ່າງກາຍມີປະສິດທິພາບດີຍິ່ງຂຶ້ນ ແຕ່ກໍຄວນຈະກິນໃຫ້ພໍເໝາະພໍດີ ເພື່ອໃຫ້ໄດ້ປະໂຫຍດຫຼາຍກວ່າຜົນເສຍ.

ທີ່ມາ: https://www.sanook.com/men/74665/?utm_source=fb