ອົງຄະນະພັກ ຫສນຍ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ II

592

ໃນວັນທີ 26 ສິງຫາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ II ເພື່ອກ້າວສູ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານ ຂອງສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫສນຍ, ມີບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ທີ່ມີຕຳແໜ່ງບໍລິຫານຮອງຫົວ ໜ້າພະແນກຂຶ້ນເມືອ ພາຍໃນອົງຄະນະພັກ ຫສນຍ ເຂົ້າຮ່ວມ.


ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ຄຳເຈນ ວົງໂພສີ ໄດ້ນຳສະເໜີຈຸດປະສົງ ແລະ ຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ຂອງການດໍາເນີນກອງປະຊຸມທາບທາມຄັ້ງນີ້ ແມ່ນເປັນການປະຕິບັດຕາມກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ໂດຍສະເພາະ ເສີມຂະຫຍາຍປະຊາທິປະໄຕ, ພ້ອມທັງ ເຕົ້າໂຮມສະຕິປັນຍາ ກໍ່ຄືຄຳຄິດເຫັນ ຂອງສະມາຊິກພັກ ເຂົ້າໃນການຄົ້ນຄວ້າ, ປັບປຸງ ບັນດາຮ່າງເນື້ອໃນເອກະສານກອງປະຊຸມ ໃຫ້ມີຄວາມຄົບຖ້ວນສົມ ບູນ, ພ້ອມທັງ ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເປັນເອກະພາບສູງແຕ່ຫົວທີ ເປັນຕົ້ນ ຮ່າງບົດລາຍງານການເມືອງ; ຮ່າງບົດສໍາຫຼວດການນໍາພາ ຂອງອົງຄະນະພັກ; ຮ່າງແຜນພັດທະນາ ວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດມົນຕີ, ລວມທັງ ການທາບທາມບຸກຄະລາກອນ ທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ທີ່ຈະໄຂຂຶ້ນໃນຕໍ່ໜ້າ. ສໍາຄັນ ແມ່ນການປະກອບສ່ວນ ເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ມີເນື້ອໃນເລິກເຊິ່ງ, ແທດເໝາະກັບຕົວຈິງ ບັນລຸຈຸດປະ ສົງ ແລະ ຄາດໝາຍທີ່ວາງໄວ້. ພ້ອມນີ້, ສະຫາຍ ຄໍາເຈນ ວົງໂພສີ ຍັງໄດ້ຮຽກຮ້ອງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບຄິດເຫັນ ແລະ ນໍາໃຊ້ສິດປະຊາທິປະໄຕ ຢ່າງເຕັມສ່ວນ, ພາວະວິໄສ, ເຮັດໃຫ້ກອງປະຊຸມຄັ້ງນີ້ ດຳເນີນດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ແລະ ໄດ້ຮັບສຳເລັດ ຢ່າງຈົບງາມ.


ໃນໂອກາດດຽວກັນ, ສະຫາຍ ຄຳເຈນ ວົງໂພສີ ໄດ້ໃຫ້ກຽດນຳສະເໜີ 2 ເອກະສານ ຄື: ຮ່າງບົດລາຍງານການ ເມືອງ ກໍຄື ການສັງລວມໝາກຜົນ ແລະ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຫສນຍ ໃນໄລຍະ 5 ປີຜ່ານມາ (2017-2021) ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ຊຸດທີ IV, ໂດຍໄດ້ຍົກໃຫ້ເຫັນບັນດາເນື້ອໃນສຳຄັນແຕ່ລະດ້ານ ເປັນຕົ້ນ ດ້ານການເມືອງ-ແນວຄິດ; ດ້ານການຈັດຕັ້ງ (ການນຳພາປັບປຸງການຈັດຕັ້ງພັກ ແລະ ກໍ່ສ້າງພັກ, ການປັບປຸງກົງຈັກລັດ ແລະ ບຸກຄະລາກອນ, ການນຳ ພາ-ຊີ້ນຳອົງການຈັດຕັ້ງມະຫາຊົນ, ວຽກງານກວດກາ ແລະ ປ້ອງກັນພັກ-ພະນັກງານ, ວຽກງານນະໂຍບາຍ ແລະ ແຂ່ງ ຂັນຍ້ອງຍໍ); ດ້ານການນຳພາວຽກງານວິຊາສະເພາະ (ການປະຕິບັດຄຳຂວັນ 3 ດີ: ເສນາທິ່ການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ). ພ້ອມນີ້, ຍັງຍົກໃຫ້ເຫັນຂໍ້ຄົງຄ້າງໃນດ້ານຕ່າງໆ, ສາເຫດທີ່ພາໃຫ້ມີດ້ານດີ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງ ບັນດາທິດທາງ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມ ໃນການນຳພາ ຂອງອົງຄະນະພັກ ຫສນຍ ໄລຍະ 2021-2025 ຕື່ມອີກ.

ຕໍ່ມາ, ສະຫາຍ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ນຳສະເໜີຮ່າງແຜນການພັດທະນາວຽກງານ ຂອງ ຫສນຍ ໄລຍະ 2021-2025 ຊຶ່ງຮ່າງແຜນດັ່ງກ່າວ ໄດ້ກຳນົດ ຄາດໝາຍສູ້ຊົນ, ທິດທາງການຈັດຕັ້ງປະຕິບັດ, ວຽກງານຈຸດສຸມ, ມາດຕະການຈັດຕັ້ງປະຕິບັດ ແລະ ອື່ນໆ.


ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປະກອບຄຳຄິດເຫັນ ໃສ່ຮ່າງເອກະສານ ທີ່ນຳມາສະເໜີຜ່ານກອງປະຊຸມຄັ້ງນີ້, ຊຶ່ງການປະກອບຄຳຄິດເຫັນ ແມ່ນມີບັນຍາກາດຟົດຟື້ນ, ສ້າງສັນ, ເຮັດໃຫ້ໂຄງປະກອບບົດ ມີຄວາມສົມບູນຫຼາຍຂຶ້ນ, ເນື້ອໃນ ມີຄວາມເລິກເຊິ່ງ, ຈະແຈ້ງ, ຊັດເຈນ, ມີເຫດມີຜົນ, ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງ ກວ່າເກົ່າ.


ໃນວາລະສຸດທ້າຍ, ອະນຸກຳມະການບຸກຄະລາກອນ ໄດ້ຜ່ານເງື່ອນໄຂ ຜູ້ລົງສະໝັກເລືອກຕັ້ງຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາພັກ, ຮອງເລຂາພັກ, ປະທານ ແລະ ຮອງປະທານກວດກາ ຄະນະບໍລິຫານງານພັກ ຫສນຍ ຊຸດທີ V ແລະ ດຳເນີນການປ່ອນບັດທາບທາມເອົາບຸກຄະລາກອນ ຮອບທີ II ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ທີ່ຈັດຂຶ້ນໃນຕໍ່ໜ້າພ້ອມນີ້ ສະຫາຍ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກ ຈົ່ງຍົກຄວາມຮັບຜິດຊອບສູງ ຕໍ່ການຄົ້ນຄວ້າຄັດເລືອກບຸກຄະລາກອນ ຕາມມາດຖານ, ເງື່ອນໄຂທີ່ກຳນົດໄວ້ ເປັນຕົ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ຄວາມຮູ້ຄວາມສາມາດ, ພ້ອມທັງ ຮັບປະກັນທາງດ້ານໂຄງປະກອບ ໃຫ້ມີລັກສະນະສົມສ່ວນ, ລັກສະນະສືບທອດຕໍ່ເນື່ອງ ໂດຍສະເພາະ ເພດ, ເຜົ່າ, ຮຸ່ນ (ໜຸ່ມ, ກາງ ແລະ ອາວຸໂສ).
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ