ເມືອງຫ້ວຍຊາຍແຈ້ງປິດການເຂົ້າ-ອອກ ສອງເຂດສຳຄັນຮອດຕົ້ນເດືອນໜ້າ

609

ເມືອງຫ້ວຍຊາຍ ແຂວງບໍ່ແກ້ວແຈ້ງການປິດການເຂົ້າ-ອອກພາຍໃນຂອບເຂດບ້ານ ພິບູນທອງ ແລະ ຕະຫຼາດສີດອນມີ ເປັນການຊົ່ວຄາວນັບແຕ່ເຊົ້າມື້ນີ້ໄປຈົນຮອດຕົ້ນເດືອນໜ້າ ເພື່ອກຳຈັດບັນຫາໂຄວິດ-19 ເຮັດໃຫ້ປະຊາຊົນປອດໄພໂດຍອີງໃສ່ການຕົກລົງເຫັນດີເປັນເອກະພາບກອງປະຊຸມ ທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ຄະນະປະຈໍາພັກ ແຂວງບໍ່ແກ້ວ.


ໃນແຈ້ງການໄດ້ລະບຸວ່າ: ເນື່ອງຈາກ ສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ພາຍໃນ ສປປ ລາວ, ໂດຍສະເພາະຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພວກເຮົາໄດ້ກວດພົບຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຮອບໃຫມ່ເກີດຂຶ້ນໃນແຕ່ລະວັນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນແຜ່ເຊື້ອບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ ຄະນະສະເພາະກິດ ຂັ້ນເມືອງຫ້ວຍຊາຍ ຈຶ່ງມີຄວາມຈໍາເປັນອອກແຈ້ງການເພື່ອປີດການເຂົ້າ-ອອກບ້ານ ພິບຸນທອງ ເຫັນວ່າມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ຈໍານວນ 1 ກໍລະນີ ຈຶ່ງກໍານົດເປັນ( ບ້ານ ສີແດງ) ແລະ ກໍານົດບ້ານທີ່ມີຜູ້ສໍາຜັດເປັນ ( ບ້ານ ສີ ເຫຼືອງ) ເພື່ອເຝົ້າລະວັງດັ່ງນີ້:

1. ໃຫ້ປິດການເຂົ້າ-ອອກ ພາຍໃນຂອບເຂດບ້ານ ພິບູນທອງ ນັບແຕ່ ເວລາ 10:00 ໂມງຂອງ ວັນທີ 26 ສິງຫາ – 8 ກັນຍາ 2021 ໂດຍໃຫ້ ປິດການສັນຈອນໄປ-ມາພາຍໃນບ້ານ, ຍົກເວັ້ນເຈົ້າຫນ້າທີ່, ພະນັກງານທີ່ປະຈໍາການ, ກວດກາລາດຕະເວນ, ຄົນເຈັບທີ່ຕ້ອງໄດ້ຮັບການປິ່ນປົວໂດຍດ່ວນ ແລະ ຜູ້ອອກໄປຊື້ອາຫານ.
2. ໃຫ້ປິດການບໍລິການຕະຫຼາດສີດອນມີ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຕັດຜົມ ແລະ ຮ້ານເສີມຄວາມງາມ ໃນບໍລິເວນບ້ານ ພິບູນທອງ ແລະ ຕະຫຼາດສີດອນມີ ເປັນການຊົ່ວຄາວ.

3, ໃຫ້ກໍານົດບ້ານ ປາກສາວເຫນືອ, ບ້ານ ປາກຮາວໃຕ້, ບ້ານ ອຸດົມ, ບ້ານ ມົກກະຈອກ, ບ້ານ ຂອນແກ້ວ ບ້ານ ດອນຄູນ ແລະ ບ້ານ ຫ້ວຍມອນ ເປັນບ້ານ ສີເຫຼືອງ ທີ່ຕ້ອງໄດ້ເຝົ້າລະວັງ ຈໍາກັດການເຂົ້າອອກຂອງປະຊາຊົນພາຍໃນ ບ້ານ ຢ່າງເຂັ້ມງວດ.
4. ມອບໃຫ້ຄະນະພັກຊີ້ນໍາກຸ່ມບ້ານ ສົມທົບກັບ ສອງກໍາລັງ ປກຊ – ປກສ ເມືອງ, ເລຂາຄະນະພັກຮາກຖານ, ເລຂາພັກບ້ານ-ນາຍບ້ານ ຊີ້ນໍານໍາພາ ປກຊ-ປກສ ບ້ານເປັນເຈົ້າການປິດບ້ານ( ບ້ານ ສີແດງ) , ຕິດຕາມ, ກວດກາ ເຝົ້າລະວັງການເຂົ້າ-ອອກ ( ບ້ານ ສີເຫຼືອງ) ລາດຕະເວນຕາມຊາຍແດນ, ຕະຫຼອດການເຂົ້າ-ອອກ ຢູ່ພາຍໃນບ້ານ ແລະ ສະຖານທີ່ຕ່າງໆ ທີ່ໄດ້ແຈ້ງການປິດ-ເຝົ້າລະວັງ ຢ່າງເຂັ້ມງວດ, ພ້ອມທັງປະຕິບັດມາດຕະການຕໍ່ຜູ້ເມີດ ຕາມ ລະບຽບກົດຫມາຍ.

5. ມອບໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການ ຕິດຕາມ, ກວດກາ ຕະຫຼາດທີ່ມີແຈ້ງການປິດ ແລະ ແນະນໍາການບໍລິການ, ປະຕິບັດມາດຕະການ ຂອງບັນດາຮ້ານຄ້າຂາຍຍ່ອຍໃນຂອບເຂດຮັບຜິດຊອບຂອງຕົ້ນຢ່າງເຂັ້ມງວດ.
6. ໃນການຈັດຕັ້ງປະຕິບັດຕົວຈິ່ງແມ່ນມອບທຸກອົງການຈັດຕັ້ງ, ຫ້ອງການອ້ອມຂ້າງເມືອງ, ຂະແຫນງການ ກ່ຽວຂ້ອງທຸກພາກສ່ວນ ທີ່ໄດ້ຮັບມອບຫມາຍ ຈົ່ງໄດ້ເພີ່ມທະວີເອົາໃຈໃສ່ໃນການຕິດຕາມ, ກວດກາ, ລາຍງານໃຫ້ ຄະນະສະເພາະກິດ ແລະ ກອງເລຂາຄະນະສະເພາະກິດ ຂັ້ນເມືອງ ຮັບຊາບເປັນແຕ່ລະໄລຍະ ແລະ ພ້ອມກັນແກ້ໄຂ ຢ່າງທັນເວລາ.