4 ທຸລະກິດຍຸດທະສາດໃໝ່ຂອງຊຳຊຸງ ຫຼັງໂຄວິດ

353

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດຊຳຊຸງ ເອເລັກໂຕຣນິກ ປະກາດເມື່ອວັນທີ 24 ສິງຫາຜ່ານມາວ່າ: ບໍລິສັດຈະທຸ່ມເງິນລົງທຶນ 240 ພັນຕື້ວອນ ຫຼື ປະມານ 206 ຕື້ໂດລາສະຫະລັດ ເພື່ອພັດທະນາທຸລະກິດ 4 ດ້ານ ໄດ້ແກ່: ຊີວະເພສັດ ( ກ່ຽວກັບຢາ ), ປັນຍາປະດິດ, ຊິບ ເຊມີຄອນດັກເຕີ ແລະ ວິສະວະກຳຫຸ່ນຍົນ ເພື່ອຮັບມືກັບເສດຖະກິດໃນຍຸກຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19.

ບໍລິສັດຊຳຊຸງ ເປີດເຜີຍວ່າ: ແຜນການລົງທຶນດັ່ງກ່າວນີ້ ຄາດວ່າຈະເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ບໍລິສັດຊຳຊຸງ ໃນເວທີໂລກ ໂດຍສະເພາະການຜະລິດຊິບ ເຊິ່ງເປັນອຸດສາຫະກຳສຳຄັນທີ່ທົ່ວໂລກກຳລັງຂາດແຄນ, ໃນຂະນະດຽວກັນກໍເຮັດໃຫ້ຊຳຊຸງສາມາດຄົ້ນຫາໂອກາດພັດທະນາທຸລະກິດດ້ານໃໝ່ໆ ເຊັ່ນ: ວິສະວະກຳຫຸ່ນຍົນ ແລະ ໂທລະຄົມມະນາຄົມລ້ຳຍຸກ.

ປັດຈຸບັນ ຊຳຊຸງ ເປັນຜູ້ຜະລິດ ເມັມໂມຣີຊິບ ລາຍໃຫຍ່ທີ່ສຸດໃນໂລກ ໂດຍບໍລິສັດໄດ້ວາງແຜນພັດທະນາ ເພື່ອໃຫ້ກາຍເປັນຜູ້ນຳດ້ານເຕັກໂນໂລຊີ ແລະ ການຕະຫຼາດດ້ວຍການເຂົ້າຊື້ກິດຈະການຕ່າງໆ.

ທັງນີ້, ຂໍ້ມູນຈາກຄະນະກຳມະການການຄ້າຍຸຕິທຳຂອງສາທາລະນະລັດເກົາຫຼີ ລະບຸວ່າ ປັດຈຸບັນ ຊຳຊຸງ ມີບໍລິສັດໃນເຄືອຫຼາຍເຖິງ 59 ທຸລະກິດ ແລະ ມີມູນຄ່າລວມກັນປະມານ 457 ພັນຕື້ວອນ.