ຫຼາຍຊາດໃນອາຊຽນ ຖືກປັບຫຼຸດຄາດການ ຂະຫຍາຍຕົວຂອງເສດຖະກິດລົງ

246

ຜົນສຳຫຼວດຂອງສຳນັກຂ່າວບລູມເບີກ ລະບຸວ່າ: ບັນດານັກເສດຖະສາດໄດ້ປັບຫຼຸດການຂະຫຍາຍຕົວຂອງເສດຖະກິດໃນອາຊຽນລົງ ເນື່ອງຈາກການແຜ່ລະບາດຂອງສາຍພັນເດວຕ້າ ເຮັດໃຫ້ຫຼາຍປະເທດໃນອາຊຽນຕ້ອງໃຊ້ມາດຕະການປິດເມືອງ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ – 19.

ຜົນສຳຫຼວດລະບຸວ່າ: ມາເລເຊຍ ເປັນປະເທດທີ່ຖືກປັບຫຼຸດການຄາດການຂະຫຍາຍຕົວຂອງເສດຖະກິດລົງຫຼາຍທີ່ສຸດໃນປີນີ້ ໂດຍຄາດວ່າເສດຖະກິດມາເລເຊຍ ຈະຂະຫຍາຍຕົວປະມານ 1,4 ຫາ 4,3%, ໃນຂະນະທີ່ເສດຖະກິດຂອງໄທ ຄາດວ່າຈະຂະຫຍາຍຕົວພຽງແຕ່ 1,2% ເທົ່ານັ້ນ ເຊິ່ງເປັນການປັບຫຼຸດລົງຈາກການຄາດການໃນເດືອນພຶດສະພາທີ່ຄາດວ່າ ຈະຂະຫຍາຍຕົວ 2,4% ແລະ ຄາດວ່າເສດຖະກິດໄທຍັງຄົງຂະຫຍາຍຕົວໃນອັດຕາຕ່ຳຕໍ່ໄປໃນປີນີ້.

ຜົນສຳຫຼວດລະບຸອີກວ່າ: ສິງກະໂປເປັນປະເທດດຽວໃນພູມີພາກອາຊຽນ ທີ່ຄາດວ່າເສດຖະກິດຈະຂະຫຍາຍຕົວສູງ ໂດຍຄາດວ່າຈະຂະຫຍາຍຕົວປະມານ 6,5% ຈາກ 6,3% ໃນການຄາດການຄັ້ງຜ່ານມາ.