ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນໃໝ່ ໃນບັນດາແຂວງ ປະຈໍາວັນທີ 26 ສິງຫາ 2021

1575

ສຳລັບລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ວັນທີ 26 ສິງຫາ 2021 ມີຄືດັ່ງນີ້:

ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື: ບ້ານສິມມະໂນເຫນຶອ 2, ສິມມະໂນໃຕ້ 2, ດອນດູ່ 6, ຫນອງແວງ 2, ດົງໂພແຮ່ 1 ຄົນ, ເຫຼືອນັ້ນ ແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ; ແຂວງ ຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ; ແຂວງອຸດົມໄຊ 1 ຄົນ, ເປັນເພດຍິງ, ອາຍຸ 49 ປີ, ພະນັກງານທະຫານ, ບ້ານນໍ້າອຸ່ນ ເມືອງຮຸນ ເຊິ່ງມີປະຫວັດເດີນທາງໄປບ້ານນາຝາຍ, ເມືອງນານ ແຂວງຫລວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນ ດ້ວຍລົດສ່ວນຕົວ ເຊິ່ງມີຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ຊື່ງປະຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍແຂວງແລ້ວ.

ສ່ວນຜູ້ຕິດເຊື້ອຊຸມຊົນຢູ່ແຂວງບໍ່ແກ້ວ 15 ຄົນ, ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ, 1 ຄົນແມ່ນເດັກ 1 ເດືອນ, 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງ ຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດຈະເດີນທາງກັບບ້ານ, 1 ຄົນ ບ້ານດອນສະຫວັນ ເມືຶອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອ ທີ່ລາຍງານມື້ກ່ອນ) ແລະ ຢູ່ແຂວງຫຼວງພະບາງ 3 ຄົນ, ເພດຊາຍ ອາຍຸ 29 ປີ, ອາຊີບ ທະຫານ, ບ້ານໂຄມຂວາງ, ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອ ທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ,

ສ່ວນ ອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ; ສ່ວນຢູ່ແຂວງໄຊຍະບູລີ 2 ຄົນ, ຜູ້ທີ 1 ແມ່ນເປັນ ເພດຊາຍ ອາຍຸ 37 ປີ, ຜູ້ທີ 2 ເພດຍິງ ອາຍຸ 35 ປີ, ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ ແລະ ຢູ່ແຂວງສະຫວັນນະເຂດ 9 ຄົນ, ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ, ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາ ທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນໜ້ານັ້ນ.

ທ່ານກ່າວຕື່ມວ່າ: ສຳລັບຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ. ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້. ສ່ວນການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດໃນວັນທີ 25 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2.394 ຄົນ, ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 109 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 8.530 ຄົນ.

ດັ່ງທີ່ບັນດາທ່ານໄດ້ຮັບຮູ້ເຖິງຄວາມຮ້າຍກາດຂອງສາຍພັນເດວຕ້າ ທີ່ກຳລັງລະບາດໃນທົ່ວໂລກ ແລະ ປະເທດອ້ອມຂ້າງ ສປປ ລາວເຮົາ. ສະນັ້ນ, ເພື່ອສະກັດກັ້ນ ການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ ໃນປະເທດເຮົາ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນການລະບາດໃນຊຸມຊົນ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ພ້ອມທັງ ພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການ ທີ່ທາງການກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໝູ່ ແລະ ໃຫ້ປະເທດເຮົາປອດໄພຈາກໂຄວິດ-19.