ກະຈ໊ຽບຜັດເກືອ ອາຫານສູດບູຮານ ກອບ ແຊບ ເພື່ອສຸຂະພາບ

615

ກະຈ໊ຽບຂຽວມີສັບພະຄຸນຊ່ວຍໃນການຂັບຖ່າຍ, ຊ່ວຍເຄືອບກະເພາະອາຫານ, ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ, ເພີ່ມຈຳນວນແບັດທີເຣຍທີ່ມີປະໂຫຍດ, ມີແຄວຊ້ຽມສູງ, ຊ່ວຍບຳລຸງກະດູກ ແລະ ແຂ້ວ, ມີສານຕ້ານອະນຸມູນອິດສະຫຼະສູງ ແລະ ຊ່ວຍຕ້ານມະເຮັງໄດ້ພ້ອມ.

May be an image of food

ກະຈ໊ຽບຂຽວຜັດເກືອ ເມນູອາຫານສຸຂະພາບງ່າຍໆ ກະຈ໊ຽບສັບພະຄຸນສູງຊ່ວຍຫຼຸດຄໍເລສເຕີຣອລ, ນ້ຳຕານໃນເລືອດ, ຕ້ານອະນຸມູນອິດສະຫຼະ, ຫຼຸດການທ້ອງຜູກ, ແກ້ອາການກົດໄລຢ້ອນ, ຜັດຜັກງ່າຍໆ ແບບບູຮານ ໃສ່ເຂົ້າລົງໄປຈືນໃຫ້ກອບ ຫອມ ປຸງລົດຊາດແຕ່ເກືອກໍແຊບແລ້ວ ລອງແລ້ວທ່ານຈະຫຼົງຮັກເມນູນີ້ແນ່ນອນ.

No photo description available.

ສ່ວນປະສົມ

ກະຈ໊ຽບຂຽວ

ເຂົ້າຈ້າວຫູງ 1 ບ່ວງຕັກເຂົ້າ

ກະທຽມ 1 ບ່ວງແກງ

ເກືອ 1 ບ່ວງຊາ

ວິທີເຮັດ

ຊອຍກະຈ໊ຽບຂະໜາດພໍດີຄຳ

ໃສ່ນ້ຳມັນລົງໄປໃນໝໍ້ ຖ້າຈົນຮ້ອນເອົາເຂົ້າຈ້າວຫູງໄປຈືນໃຫ້ກອບຫອມ

ແລ້ວເອົາກະຈ໊ຽບລົງໄປຜັດດ້ວຍໄຟແຮງ

ໃສ່ກະທຽມສັບລົງໄປຂົ້ວ

ປຸງລົດຊາດງ່າຍໆດ້ວຍເກືອສີບົວ

May be an image of food

ແລ້ວເປັນທີ່ຮຽບຮ້ອຍສຳລັບກະຈ໊ຽບຜັດເກືອຫອມໆ ກອບ ລົດຊາດແຊບ ແຖມຊ່ວຍເບິ່ງແຍງສຸຂະພາບນຳອີກ.

ທີ່ມາ: https://cooking.kapook.com/view242429.html