ຫົວໜ້າຄະນະສະເພາະກິດຄວບຄຸມ ໂຄວິດ-19 ແຂວງຫຼວງພະບາງ​ ລົງຊີ້ນຳ​ ໃຫ້ເຂັ້ມງວດ ເຂດແດນ​ ຈຸດກວດຄົນ ເຂົ້າ-ອອກ​ ລະຫວ່າງ ຫຼວງພະບາງ ຫາ ອຸດົມໄຊ

647

ຄະນະສະເພາະກິດ, ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດພະຍາດ ໂຄວິດ-19 ແຂວງຫຼວງພະບາງ ນຳໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳດ່ານເຂດແດນ ລະຫວ່າງ ແຂວງຫຼວງພະບາງ ຫາ ແຂວງອຸດົມໄຊ (ຂົວຫ້ວຍໝ້ຽງ) ໃນວັນທີ 23 ສິງຫາ 2021ຜ່ານມາ.

ໂດຍທ່ານໄດ້ມີຄຳເຫັນເນັ້ນໃຫ້ຜູ້ຮັບຜິດຊອບປະຈຳດ່ານ ມີຄວາມເອົາໃຈໃສ່ກວດກາກັ່ນຕອງຜູ້ທີ່ເດີນທາງເຂົ້າມາ ແຂວງຫຼວງພະບາງ ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດການປະຕິບັດມາດຕະການກວດກາ ການເດີນທາງເຂົ້າ-ອອກ ແຂວງຫຼວງພະບາງ, ເປັນຕົ້ນແມ່ນການຕັ້ງຈຸດກວດກາຊາຍແດນລະຫວ່າງແຂວງ ຕະຫຼອດ 24 ຊົ່ວໂມງ, ເຂັ້ມງວດຕໍ່ກັບບັນດາພາກສ່ວນທີ່ມາຈາກພື້ນທີ່ເຂດແດງ, ກໍລະນີບໍ່ມີບັດສັກຢາ ແລະໜັງສືອານຸຍາດເດີນທາງຈາກຄະນະສະເພາະກິດໃນເຂດດັ່ງກ່າວ ແມ່ນບໍ່ອານຸຍາດໃຫ້ເຂົ້າມາແຂວງຫຼວງພະບາງຢ່າງເດັດຂາດ, ຍົກເວັ້ນກໍລະນີທີ່ຈຳເປັນ ແຕ່ຕ້ອງໄດ້ກວດຫາເຊື້ອ ແລະປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.


ທັງນີ້ ກໍເພື່ອເປັນການສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ຄຳສັ່ງຂອງທ່ານເຈົ້າແຂວງຫຼວງພະບາງ ເລກທີ 01/ຈຂຫຼບ, ແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ເລກທີ 1036/ຫສນຍ ແລະແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດພະຍາດ ໂຄວິດ-19 ແຂວງຫຼວງພະບາງ ເລກທີ 6896/ສພກ.ຫຼບ ລົງວັນທີ 19 ສິງຫາ 2021 ເພື່ອສືບຕໍ່ກຽມຄວາມພ້ອມຮອບດ້ານຮອງຮັບການເດີນທາງ ເຂົ້າ-ອອກ ແຂວງຫຼວງພະບາງ ໂດຍບໍ່ຖືກຕ້ອງ ແລະອາດຈະເປັນຄວາມສ່ຽງທີ່ກະຈາຍອອກເປັນວົງກວ້າງ ໃຫ້ຮັບການຄວບຄຸມໄດ້ຢ່າງວ່ອງໄວ.


ໃນການລົງເຄື່ອນໄຫວຊີ້ນຳຄັ້ງນີ້ ທ່ານ ບຸນເລື່ອມ ມະນີວົງ ຍັງໄດ້ມອບອຸປະກອນປ້ອງກັນພະຍາດ ໂຄວິດ-19, ນ້ຳດຶ່ມ ແລະອາຫານແຫ້ງ ຈຳນວນໜຶ່ງໃຫ້ແກ່ ຜູ້ຮັບຜິດຊອບວຽກງານກວດກາປະຈຳດ່ານນຳອີກ .

ຂ່າວ: ເກສອນ ແກ້ວລາ