ແຂວງຜົ້ງສາລີ ອະນຸຍາດໃຫ້ພາກທຸລະກິດເຂົ້າສຶກສາຄວາມເປັນໄດ້ ພັດທະນາເຂດເສດຖະກິດພິເສດ 3 ແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ

1106

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສຳຫຼວດ, ເກັບກຳຂໍ້ມູນຄວາມເປັນໄປໄດ້ ໃນການພັດທະນາ ແລະ ກໍ່ສ້າງເຂດເສດຖະກິດພິເສດ ຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີ ລະຫ່ວາງ ອົງການປົກຄອງແຂວງຜົ້ງສາລີ ກັບ ກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2021 ທີ່ຫ້ອງວ່າການແຂວງ.

ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ມີທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດ, ທ່ານ ເຈົ້າເມືອງໆຍອດອູ, ມີບັນທ່ານຫົວໜ້າພະແນກການທີ່ກ່ຽວຂ້ອງ, ປະທານກຸ່ມບໍລິສັດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ຄຳມະລາ ສຸວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຂຶ້ນສະເໜີກ່ຽວກັບບາງເນື້ອໃນໃນບົດບັນທຶກ MOU ເຊິ່ງບໍລິສັດຈະຕ້ອງປະຕິບັດໜ້າວຽກເປັນຕົ້ນແມ່ນ ສຶກສາ-ສໍາຫລວດ, ລົງເກັບ ກໍາຂໍ້ມູນ ເພື່ອພັດທະນາ ແລະ ກໍ່ສ້າງເຂດເສດຖະກິດພິເສດ ຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີ ໂດຍຈະເລັ່ງໃສ່: ສຶກສາ-ສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນໃນປັດຈຸບັນ ແລະ ອາດມີການປ່ຽນແປງ ລວມມີປະເພດທີ່ດິນ, ສະຖານທີ່, ເນື້ອທີ່ທຳການຜະລິດຂອງປະຊາຊົນ ແລະ ອື່ນໆ;

ສຶກສາ-ສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງແຕ່ບ້ານໃຫຍ່ອູເໜືອ ຫາ ຊາຍແດນສາມແຈປະເທດ; ສຶກສາ-ສໍາຫຼວດພື້ນທີ່ ປະມານ 250 ກິໂລຕາແມັດ; ໃນນີ້, ເຂດການບໍລິການ-ການທ່ອງທ່ຽວ ປະມານ 100 ກິໂລຕາແມັດ ແລະ ເຂດກະສິກໍາ ແລະ ອຸດສາຫະກໍາ 150 ກິໂລຕາແມັດ, ສຶກສາ-ສຳຫຼວດສະພາບທີ່ດິນ, ທຳມະຊາດ, ເສດຖະກິດ-ສັງຄົມ ແລະ ປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ;

ສັງລວມບົດລາຍງານການສຳຫຼວດເຂດແດນ ແລະ ແຜ່ນທີ່ເຂດແດນການສຳຫຼວດວັດແທກ, ສະຖິຕິການຄິດໄລ່ຂອງຕອນດິນ ແລະ ເນື້ອທີ່ດິນ; ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ; ແຜນການຕິດຕາມ, ກວດກາສິ່ງແວດລ້ອມ; ແຜນການຕິດຕາມກວດກາສັງຄົມ; ແຜນວາດລວມຂອງການພັດທະນາໂຄງການ ແລະ ແຜນຜັງການກໍ່ສ້າງເບື້ອງຕົ້ນ. ການສໍາຫລວດ, ເກັບກໍາຂໍ້ມູນໃນຄັ້ງນີ້ ເປັນການດໍາເນີນການເບື້ອງຕົ້ນ ເພື່ອເປັນບ່ອນອີງໃນການສ້າງແຜນແມ່ບົດການພັດທະນາ, ພາຍຫລັງສໍາເລັດການສໍາຫລວດ ແລະ ເກັບກໍາຂໍ້ມູນແລ້ວ ກຸ່ມບໍລິສັດ ຈະໄດ້ກໍານົດເຂດພັດທະນາ ຫລື ເຂດໂຄງການການລົງທຶນຢ່າງລະອຽດ ລາຍງານຕໍ່ອົງການປົກຄອງແຂວງ ແລະ ສະ ເໜີໃຫ້ລັດຖະບານ ເພື່ອພິຈາລະນາຕາມແຕ່ລະກໍລະນີ ໂດຍສອດຄ່ອງກັບລະບຽບ, ຂັ້ນຕອນຂອງກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ.ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີອາຍຸ 18 ເດືອນ ພາຍຫຼັງເຊັນ MOU ແລ້ວ ບໍລິສັດ ຕ້ອງເລີ່ມຈັດຕັ້ງປະຕິບັດພາຍໃນ 30 ວັນ ນັບແຕ່ມື້ລົງນາມບົດບັນທຶກຄວາມເຂົ້າໃຈສະບັບນີ້.

ຈາກນັ້ນກໍໄດ້ພ້ອມກັນລົງນາມເຊັນບົດບັນທຶກຮ່ວມກັນ ໂດຍຕ່າງໜ້າຝ່າຍອົງການປົກຄອງແຂວງ ເຊັນໂດຍທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ຝ່າຍບໍລິສັດເຊັນໂດຍທ່ານ ເຊີນປີງ ປະທານກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປ ຈີນ ແລະ ຝ່າຍພິຍານເຊັນໂດຍທ່ານ ສົມຫວັງ ສຸມວີໄລ ເຈົ້າເມືອງໆຍອດອູ ໂດຍຊ່ອງໜ້າທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆ ຜົ້ງສາລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.

ພາບ – ຂ່າວ: ແສງຄຳ ສາລີວັນ