ຮູ້ແລ້ວຫຼືຍັງ? ປີນີ້ ມຊ ຈະຮັບສຶກສາພຽງ 7.000 ກວ່າຄົນເທົ່ານັ້ນ ນ້ອງໆສູ້ຊົນເດີ້

897

ເຖິງແມ່ນວ່າ ມຊ ຈະເປັນແຫຼ່ງພັດທະນາບຸກຄະລາກອນທີ່ໃຫຍ່ເປັນອັນດັບຕົ້ນໆໃນປະເທດ ແຕ່ສຳລັບການຮັບເອົານັກສຶກສາເຂົ້າບັນຈຸຮຽນໃນແຕ່ລະປີກໍ່ມີຈຳກັດ ຈິ່ງຕ້ອງມີການສອບເສັງຄັດເລືອກເອົາຜູ້ທີ່ຮຽນເກັ່ງແທ້ ເພື່ອໄປສຶກສາໃນທີ່ນັ້ນ ແລະປີນີ້ຈະໄດ້ພຽງແຕ່ 7.395 ຄົນເທົ່ານັ້ນ.


ຕາມຂ່າວລາຍງານມາຮອດປັດຈຸບັນໄດ້ມີນ້ອງໆສະໝັກສອບເສັງອອນລາຍເຂົ້າ ມຊ ແລ້ວ 15.000 ຄົນ ແລະ ສຳລັບສາຂາທີ່ສະໝັກຫຼາຍໃນຕອນນີ້ແມ່ນ ສາຂາ ພາສາຈີນ ແລະ ພາສາອັງກິດ.


ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ຊີ້ນໍາວຽກງານວິຊາການໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ສິງຫານີ້ວ່າ: ມາຮອດປັດຈຸບັນ ມຊ ມີຄວາມພ້ອມຮອບດ້ານຮອງຮັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກສຶກສາ 2021-2022, ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ຖືກເລື່ອນມາຈາກວັນທີ 7 ສິງຫາ 2021 ທີ່ຄາດໄວ້ໃນເມື່ອກ່ອນ ມາເປັນວັນເສົາວັນທີ 11 ກັນຍານີ້.


ທ່ານກ່າວໃຫ້ຮູ້ອີກວ່າ: ມຊ ໄດ້ມີການວາງແຜນຈັດການສອບເສັງຢ່າງລະອຽດບໍ່ວ່າຈະເປັນດ້ານໂປຣແກຣມລົງທະບຽນແມ່ນນໍາໃຊ້ຮູບແບບອອນລາຍ ເຊິ່ງໄດ້ເລີ່ມເປີດຮັບສະໝັກແຕ່ວັນທີ 18 ສິງຫາ 2021 ແລະ ຈະປິດຮັບສະໝັກໃນວັນທີ 8 ກັນຍາ 2021 ຊຶ່ງຄະນະຮັບຜິດຊອບແມ່ນມອບໃຫ້ພະນັກງານສູນໄອທີຕິດຕາມເບິ່ງແຍງລະບົບຢ່າງໃກ້ຊິດເພື່ອຮັບປະກັນໃຫ້ໄດ້ 100%; ດ້ານສະຖານທີ່ອອກບັດອະນຸຍາດສອບເສັງໃຫ້ນັກສຶກສາໄດ້ມີການຈັດສັນບ່ອນເຮັດວຽກຢ່າງລະອຽດ, ຄວບຄູ່ກັບມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເລີ່ມອອກບັດໃຫ້ຜູ້ສະໝັກສອບເສັງແຕ່ວັນທີ 23 ສິງຫາ 2021 ຫາວັນທີ 8 ກັນຍາ 2021.


ດ້ານສະຖານທີ່ສອບເສັງຄະນະກໍາມະການໄດ້ກະກຽມວາງແຜນຈັດນັກສຶກສາເຂົ້າສອບເສັງຢ່າງລະອຽດໂດຍຈະຈັດຫ້ອງລະ 20 ຄົນສູງສຸດ ເອກະພາບກັນໝົດທຸກຫ້ອງເພື່ອຫຼີກລ່ຽງຄວາມແອອັດ ແລະ ໄດ້ກໍານົດຈຸດສອບເສັງໄວ້ດັ່ງນີ້: ກຸ່ມ A ສາຍທໍາມະຊາດຈະສອບເສັງຢູ່ 4 ຈຸດຄື: 1. ສະຖາບັນພັດທະນາຊັບພະຍາກອນລາວ-ຢີ່ປຸ່ນ; 2. ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ; 3. ຄະນະສຶກສາສາດ; 4. ຄະນະວິທະຍາສາດທໍາມະຊາດ.


ກຸ່ມB ສາຍສັງຄົມຈະສອບເສັງຢູ່ 12 ຈຸດຄື: 1. ຄະນະວິທະຍາສາດສັງຄົມ; 2. ຄະນະອັກສອນສາດ; 3. ສະຖາບັນຂົງຈື້; 4. ຄະນະສະຖາປັດຕະຍະກໍາສາດ; 5. ຄະນະວິທະຍາສາດສິ່ງແວດລ້ອມ; 6. ພາກວິຊາພາສາຫວຽດນາມ; 7. ຄະນະວິທະຍາສາດປ່າໄມ້; 8. ຄະນະວິສະວະກໍາສາດ; 9. ຄະນະນິຕິສາດ-ລັດຖະສາດ; 10.ມສ ສາທິດ; 11. ປະຖົມສາທິດ; 12. ໂຮງຮຽນພອນສະຫວັນ.ນອກນັ້ນຍັງມີຈຸດສໍາຮອງກະກຽມໄວ້ມີ 3 ຈຸດຄື: 1.ວິທະຍາໄລເຕັກນິກຊັບພະວິຊາ; 2. ມສ ວຽງຈັນ; 3. ສະໂມສອນ ມຊ, ສໍາລັບກໍາມະການຍາມຫ້ອງສອບເສັງໄດ້ເລືອກເອົາສະເພາະຜູ້ທີ່ໄດ້ສັກຢາວັກຊິນແລ້ວເທົ່ານັ້ນ ຊຶ່ງໃນປີນີ້ມີນັກສຶກສາມາລົງທະບຽນທາງອອນລາຍ ປະມານ 15.000 ຄົນ, ສ່ວນໃຫຍ່ມາລົງທະບຽນສາຍສັງຄົມເປັນສ່ວນຫຼາຍຫຼາຍ.

ສຳລັບສາຂາວິຊາທີ່ນັກສຶກສາໃຫ້ຄວາມສົນໃຈຮຽນຫຼາຍກແມ່ນພາສາຈີນ, ຮອງລົງມາແມ່ນພາສາອັງກິດ ແລະ ອື່ນໆ, ນັກຮຽນທີ່ມາສະໝັກສອບເສັງທຸກຄົນຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ມີການວັດແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍນໍ້າຢາທີ່ກະກຽມໄວ້ໃຫ້, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ບໍ່ໃຫ້ຢູ່ກັນເປັນຈຸ້ມ ເປັນກຸ່ມພາຍຫຼັງສໍາເລັດການລົງທະບຽນຮັບບັດແລ້ວໃຫ້ກັບບ້ານທັນທີ.


ສຳລັບການສອບເສັງແມ່ນຈະໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2021 ເຊິ່ງວິຊາສອບເສັງກຸ່ມ A ສາຍທໍາມະຊາດສອບເສັງວິຊາຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ, ພາສາອັງກິດ; ກຸ່ມ B ສາຍສັງຄົມສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ, ພາສາອັງກິດ ນອກຈາກຈໍານວນຫຼັກສູດປະລິນຍາຕີໃນ 112 ສາຂາ, ມຊ ຍັງມີບາງຫຼັກສູດທີ່ໄດ້ຈັດຕັ້ງສອບ ເສັງເອົານັກສຶກສາເຂົ້າຮຽນສະເພາະສາຍຕ່າງຫາກອີກ.


ຊຶ່ງໃນສົກຮຽນ 2021-2022 ຕາມແຜນຄາດຄະເນທີ່ ມຊ ສະເໜີໄປຫາກະຊວງສຶກສາທິການ ແລະ ກິລາ ເພື່ອຮັບເອົານັກສຶກສາເຂົ້າຮຽນໃນສາຂາວິຊາຕ່າງໆມີຈຳນວນ 7.395 ຄົນ, ຄາດວ່າຈະປະກາດຜົນການສອບເສັງກ່ອນວັນທີ 8 ຕຸລາ 2021 ແລະ ພາຍຫຼັງໄດ້ຜົນການສອບເສັງເປັນທີ່ຮຽບຮ້ອຍແລ້ວ ຈະນໍາສະເໜີກະຊວງສຶກສາທິການ ແລະ ກິລາ ເພື່ອຂໍສະເໜີອະນຸມັດເປີດການຮຽນ-ການສອນຕໍ່ໄປ.
ຂ່າວຈາກ: ປະຊາຊົນ