ເບິ່ງລາຍລະອຽດ ກໍລະນີຕິດເຊື້ອໃນຊຸມຊົນ 594 ຄົນ

832

ໃນວັນທີ 25 ສິງຫາ ສປປລາວມີກໍລະນີຕິດເຊື້ອໂຄວິດ-19ເພີ່ມໃໝ່ຫຼາຍເຖິງ952 ຄົນ ເຊິ່ງເປັນສະຖິຕິສູງສຸດລາຍວັນຮອບໃໝ່. ນອກນັ້ນການຕິດເຊື້ອໃນຊຸມຊົນກໍຫຼາຍເຖິງ594ຄົນ ໃນນີ້ ນະຄອນຫຼວງວຽງຈັນມີ11 ຄົນ ທັງໝົດແມ່ນຢູ່ 3 ບ້ານຂອງເມືອງຫາດຊາຍຟອງ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວປະຈຳວັນທີ25 ສິງຫາ 2021 ກ່າວວ່າ: ວັນທີ 24 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.107 ຄົນ, ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ).

ໃນນີ້ຕິດເຊື້ອໃນຊຸມຊົນ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ຢູ່ສະຫວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ.
ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ຮອດວັນທີ 25 ສິງຫາ 2021 ສປປລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13.909 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ ແລະ ກໍາລັງປິ່ນປົວ 4.366 ຄົນ.

ສຳລັບຜູ້ຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ.ສ່ວນຢູ່ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ; ຢູ່ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ ເພດຍິງ ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.


ສຳລັບຢູ່ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ ເຊິ່ງລາຍລະອຽດ ດັ່ງລຸ່ມນີ້:ບ້ານສິມມະໂນ, ເມືອງຫາດຊາຍຟອງມີ ເພດຊາຍ ອາຍຸ 39 ປີ, ອາຊີບ ພະນັກງານໂຮງງານເປັບຊີ (ສາມີ); ເພດຍິງ ອາຍຸ 38 ປີ, ອາຊີບ ພະນັກງານຄູອະນຸບານ ນາລ້ອງ (ພັນລະຍາ); ເພດຊາຍ ອາຍຸ 15 ປີ, ອາຊີບ ນັກຮຽນ (ລູກ); ເພດຊາຍ ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ); ເພດຊາຍ ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ); ເພດຊາຍ ອາຍຸ 6 ປີ, ອາຊີບ ນັກຮຽນ ໄປຢູ່ບ້ານແມ່ເຖົ້າ ຢູ່ບ້ານສິມມະໂນ

ບ້ານດອນດູ່, ເມືອງຫາດຊາຍຟອງມີ ເພດຊາຍ ອາຍຸ 7 ປີ, ອາຊີບ ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ);  ເພດຊາຍ ອາຍຸ 15 ປີ, ອາຊີບ ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ);  ບ້ານໜອງແຫ້ວ ເມືອງຫາດຊາຍຟອງມີ ເພດຊາຍ ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ; ເພດຊາຍ ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ; ເພດຊາຍ ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ