ນາໂອກິ Naoki ກໍ່ຕັ້ງຂຶ້ນໃນປີ 2017 ເປັນບໍລິສັດດຳເນີນທຸລະກິດຫຼາຍດ້ານ ເຊັ່ນ: ຮ້ານອາຫານຍີ່ປຸ່ນ ນາໂອກິ Naoki, ບໍລິການ Naoki Delivery ຜ່ານ App Naoki, ບໍລິການ ແລະ ຈຳໜ່າຍອາຫານສົດ ແລະ ອາຫານແຊ່ແຂງທີ່ມີຄຸນນະພາບສູງ.
ນາໂອກິ Naoki ເລີ່ມຕົ້ນດ້ວຍຄວາມຄິດຢາກດຳເນີນທຸລະກິດດ້ານອາຫານຍີ່ປຸ່ນ ມີວັດຖຸດິບທີ່ໄດ້ມາດຕະຖານ, ເນັ້ນຄຸນນະພາບອາຫານທີ່ດີ ແລະ ການບໍລິການທີ່ດີເປັນທີ່ພໍໃຈຂອງລູກຄ້າ, ລາຄາອາຫານຖືກ ແລະ ທຸກຄົນສາມາດກິນໄດ້ ພາຍໃຕ້ແນວຄວາມຄິດ “ ຄິດຮອດຮ້ານອາຫານຍີ່ປຸ່ນ ໃນລາຄາເປັນກັນເອງ ແລະ ອີ່ມແບບກຸ້ມຄ່າ, ສະບາຍກະເປົາ ຄິດຮອດຮ້ານອາຫານຍີ່ປຸ່ນ ນາໂອກິ Naoki ”.
ໃນປັດຈຸບັນ ນາໂອກິ ມີ 4 ສາຂາ ຄື: 1). ນາໂອກິ ສາຂານ້ຳພຸ; 2). ນາໂອກິ ສາຂາດົງໂດກ; 3). ນາໂອກິ ສາຂານະຄອນພະນົມ ( ປະເທດໄທ ); 4). ນາໂອກິ ສາຂາໂພນສະອາດ ( ທາດຫຼວງ ).
ຜ່ານການໃຫ້ບໍລິການຂອງ ນາໂອກິ Naoki ແມ່ນໄດ້ມີຜົນຕອບຮັບເປັນຢ່າງດີຈາກທ່ານລູກຄ້າ ພ້ອມກັບ ນາໂອກິ ໄດ້ສະສົມປະສົບການດຳເນີນທຸລະກິດດ້ານອາຫານຍີ່ປຸ່ນ ຫຼາຍກວ່າ 4 ປີ, ນາໂອກິ ຈຶ່ງໄດ້ຕັດສິນໃຈໃນການຂະຫຍາຍທຸລະກິດຮູບແບບ Franchise ຄື: COCO: Company Owned, Company Operated, CODO: Company Owned, Dealer Operated ເຊິ່ງເລີ່ມໃນປີ 2021 ຢູ່ພາຍໃນ ສປປ ລາວ ແລະ CLMV.
ການເຊັນສັນຍາຮັບເໝົາກໍ່ສ້າງໂຄງການສາງເຢັນ ແລະ ແປຮູບອາຫານແບບຄົບວົງຈອນຂອງ ນາໂອກິ ໄດ້ມີຂຶ້ນໃນວັນທີ 23 ສິງຫາ 2021 ລະຫວ່າງ ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ, ການດຳເນີນຂອງໂຄງການດັ່ງກ່າວແມ່ນພາຍໃຕ້ຄວາມຄິດດຳເນີນທຸລະກິດດ້ານການນຳເຂົ້າ – ສົ່ງອອກ ອາຫານສົດ ແລະ ອາຫານແຊ່ແຂງທີ່ມີຄຸນນະພາບ ພາຍໃຕ້ເຄື່ອງໝາຍການຄ້າ Naoki Food For You ໂດຍຫຼິງເຫັນໂອກາດຄວາມຕ້ອງການຂອງຕະຫຼາດ ເຊິ່ງການພັດທະນາຜະລິດຕະພັນ ພ້ອມກັບນະວັດຕະກຳໃໝ່ໆ ບໍ່ວ່າຈະເປັນອາຫານສົດ, ຜະລິດຕະພັນອາຫານແຊ່ເຢັນ ( Chilled Food ) ອາຫານແຊ່ແຂງ ( Frozen Food ) ອາຫານກະປ໋ອງ ແລະ ອາຫານແຫ້ງ ເປັນຕົ້ນ.
ຈຸດປະສົງຂອງຜະລິດຕະພັນຈຳນວນນີ້ ລ້ວນຜະລິດອອກມາເພື່ອຕອບສະໜອງຕໍ່ພຶດຕິກຳຂອງຜູ້ບໍລິໂພກທີ່ມີຄວາມປ່ຽນໄປ ໂດຍສະເພາະຄົນຮຸ່ນໃໝ່ ໃນປັດຈຸບັນ ສ່ວນຫຼາຍຄົນໃນເມືອງແມ່ນເຮັດວຽກນອກບ້ານທັງຜົວ ແລະ ເມຍ, ຈຳນວນໜຶ່ງອາໄສຢູ່ຫ້ອງເຊົ່າ ແລະ ຄອນໂດ ໃຊ້ຊີວິດດ້ວຍຄວາມເລັ່ງດ່ວນ ຕ້ອງການຄວາມວ່ອງໄວ ພ້ອມກັບຄວາມສະດວກສະບາຍ. ດັ່ງນັ້ນ, ອາຫານສົດ, ອາຫານແຊ່ແຂງ ແລະ ອາຫານສຳເລັດຮູບ ສາມາດຕອບສະໜອງວິຖີຊີວິດຂອງຄົນຮຸ່ນໃໝ່ໄດ້ເປັນຢ່າງດີ ໂດຍສະເພາະອາຫານແຊ່ແຂງມີຄວາມໄດ້ປຽບດ້ານອາຍຸການເກັບຮັກສາ ແລະ ຜູ້ບໍລິໂພກກໍຄຸ້ນເຄີຍກັບອາຫານແຊ່ແຂງ ແລະ ຍອມຮັບໃນເລື່ອງຄຸນນະພາບ, ມາດຕະຖານ ປະກອບກັບການຂະຫຍາຍສາຂາຂອງຮ້ານສະດວກຊື້ ຈຶ່ງເຮັດໃຫ້ອາຫານແຊ່ແຂງສາມາດຫາຊື້ໄດ້ງ່າຍ. ດັ່ງນັ້ນ, ການຂະຫຍາຍທຸລະກິດຂອງ ນາໂອກິ ໂດຍຄຳນຶງເຖິງຄວາມພ້ອມ ແລະ ຄວາມສົມບູນແບບໃຫ້ກັບລູກຄ້າ ດ້ວຍແນວຄິດພັດທະນາຢ່າງສ້າງສັນ ແລະ ໃສ່ໃຈໃນທຸກລາຍລະອຽດ.