ສະຖິຕິ ສູງສຸດ ທີ່ລະບາດໃນ ລາວ 25 ສິງຫາ ມີຜູ້ຕິດເຊື້ອ 952 ຄົນ ຕິດຊຸມຊົນ ເຖິງ 594 ຄົນ

1660

ໃນວັນທີ 25 ສິງຫາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນທີ 25 ສິງຫາ 2021 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 25 ສິງຫາ 2021 ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13.909 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 4.366 ຄົນ. ໃນວັນທີ 24 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ຢູ່ສະຫວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ.  ສ່ວນກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບປະຫວັດຜູ້ຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ; ສ່ວນຢູ່ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ; ຢູ່ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ, ເພດຍິງ, ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ; ສຳລັບຢູ່ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ ເຊິ່ງລາຍລະອຽດ ດັ່ງລຸ່ມນີ້: ບ້ານສິມມະໂນ, ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານໂຮງງານເປັບຊີ (ສາມີ); ເພດຍິງ, ອາຍຸ 38 ປີ, ອາຊີບ: ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ); ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ລູກ); ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ); ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ); ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ; ສ່ວນຢູ່ບ້ານດອນດູ່, ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ); ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ); ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ: ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ; ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ; ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ ເຊິ່ງປະຈຸບັນ ບັນດາຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

ທ່ານກ່າວຕື່ມວ່າ: ສຳລັບຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ, ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້. ໃນວັນທີ 24 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2.065 ຄົນ, ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9.057 ຄົນ.


ສຳລັບ ສປປ ລາວເຮົາ ຜ່ານມາກໍ່ໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ສາມາດຄວບຄຸມການລະບາດໃນຊຸມຊົນໄດ້. ແຕ່ໃນປັດຈຸບັນນີ້ ສະພາບການໄດ້ປ່ຽນໄປ ປະຊາຊົນຈຳນວນໜຶ່ງ ຍັງຖືເບົາ, ຫຼະເຫຼິງ ບໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆທີ່ວາງອອກ ເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີລາຍງານການຕິດເຊື້ອໃນຊຸມຊົນເພິ່ມຂຶ້ນໃນຫຼາຍແຂວງ; ດັ່ງນັ້ນເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົວທ່ານເອງ ກໍ່ຄືໃນຊຸມຊົນ ຫຼື ພູມຄຸ້ມກັນໝູ່, ຈຳເປັນທີ່ສຸດ ຕ້ອງໄດ້ສັກວັກຊີນຄົບໂດສ, ເຊິ່ງປັດຈຸບັນ ສປປ ລາວເຮົາ ສາມາດສັກເຂັມທີ 1 ໄດ້ 2.235,384 ໂດສ ເຊິ່ງກວມເອົາ 30,46 % ແລະ ເຂັມທີ 2 ໄດ້ 1.702,119 ໂດສ (23,2%).