25-29 ສິງຫາຈະມີ ຝົນຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ

647

ໄລຍະວັນທີ 25 ຫາ 29 ສິງຫາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຫາໜັກຫຼາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ກົມອຸຕຸນິຍົມ ຈິ່ງແຈ້ງເຕືອນເພື່ອເຝົ້າລະວັງເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດສະຫຼຸບສະພາບອາກາດ ເລກທີ 0971/ກອຕທ, ລົງວັນທີ 23 ສິງຫາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 23 ຫາ 29 ສິງຫາວ່າ: ໃນໄລຍະວັນທີ 23 ຫາ 24 ສິງຫານີ້ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ.


ຈາກນັ້ນໃນໄລຍະວັນທີ 25 ຫາ 29 ສິງຫາບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຫາໜັກຫຼາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຂໍແຈ້ງເຕືອນເພື່ອເຝົ້າລະວັງເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.


ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງນີ້; ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖີ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ຳສຸດ 19 – 21 ອົງສາ ແລະ ສູງສຸດ 30 – 32 ອົງສາ.


ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕ່ຳສຸດ 23 – 25 ອົງສາ ແລະ ສູງສຸດ 31 – 33 ອົງສາ.ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕ່ຳສຸດ 24 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ.


ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕ່ຳສຸດ 24 – 25 ອົງສາ ແລະ ສູງສຸດ 32 – 34 ອົງສາ.


ນະຄອນຫຼວງວຽງຈັນ: ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 25 – 27 ອົງສາ ແລະ ສູງສຸດ 32 – 34 ອົງສາ.