ຫວຽດນາມ ຈັດໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ຊ່ວຍເຊື້ອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19

213

ຕາມຂ່າວ ວີໂອວີ ຂອງຫວຽດນາມໃຫ້ຮູ້ວ່າ:  ແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19.

ສືບຕໍ່ບັນດາການເຄື່ອນໄຫວຂອງໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍ ແຫ່ງຄວາມເມດຕາ ເລີ່ມແຕ່ວັນທີ 23 ສິງຫາ ຫາວັນທີ 6 ກັນຍາ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ, ສະມາຄົມຊາວກະສິກອນນະຄອນ ພ້ອມກັບບັນດາສ່ວນບຸກຄົນ, ຈັດຕັ້ງການເຄື່ອນໄຫວກຸສົນ ສືບຕໍ່ຜັນຂະຫຍາຍໄລຍະທີ 3 ໂຄງການ ລ້ານຄາບເຂົ້າ ສົ່ງໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ມີຊື່ວ່າ “ຈິດໃຈຂອງນັກທຸລະກິດໜຸ່ມ ຮ່າໂນ້ຍ”.


ໃນແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19. ຂອງກິນເຫຼົ່ານັ້ນໂດຍສະມາຄົມລົດກະບະ ຫວຽດນາມ (ໜ່ວຍງານຂຶ້ນກັບ ສະຫະພັນຊາວໜຸ່ມນະຄອນ ຮ່າໂນ້ຍ) ສົ່ງໄປຍັງບັນດາທ້ອງຖິ່ນທີ່ໄດ້ຈົດທະບຽນກ່ອນນັ້ນແລ້ວ, ສົມທົບກັບບັນດາໜ່ວຍຊາວໜຸ່ມສົ່ງໄປຍັງຜູ້ຕ້ອງການ.

ໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ໄດ້ຜັນຂະຫຍາຍແຕ່ວັນທີ 24 ກໍລະກົດ ໂດຍສົ່ງເຂົ້າກິນໄດ້ເກືອບ 70.000 ກັບ ໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນໄລຍະເວລາ ຮ່າໂນ້ຍ ປະຕິບັດການແຍກຫ່າງໃນສັງຄົມ.