ກອງປະຊຸມລັດຖະບານເດືອນສິງຫາ  ເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ ຫລືStart Up

521

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2021 ໄດ້ໄຂຂຶ້ນໃນວັນທີ 23 ແລະ ປິດລົງໃນວັນທີ 24 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້້ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ຕໍ່ເອກະສານຕ່າງໆ ດັ່ງນີ້:

1. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບຕີລາຄາຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນກັນຍາ 2021 ແລະ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິັບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ຄົບຖ້ວນ, ສົມບູນ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ສຳລັບວຽກງານໂຄວິດ-19 ແມ່ນໃຫ້ຄະນະສະເພາະກິດ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມທີ່ໄດ້ກຳນົດໄວ້ ໂດຍສະເພາະ ການກະກຽມສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ສຳລັບແຮງງານລາວທີ່ເດີນທາງກັບຄືນປະເທດ ພ້ອມທັງເພີ່ມທະວີ ເຜີຍແຜ່ຂໍ້ມູນຂ່າວສານ ສຶກສາອົບຮົມແຮງງານ ຢູ່ໃນສູນຈຳກັດບໍລິເວນ, ເອົາໃຈໃສ່ການໃຫ້ຂໍ້ມູນທີ່ຊັດເຈນທາງດ້ານການແພດ ແລະ ແລະ ຂໍ້ມູນອື່ນໆ, ຕອບໂຕ້ຂ່າວບິດເບືອນນ ແລະ ບໍ່ມີມູນຄວາມຈິງ.

2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ກ່ອນ ແລະ ພາຍຫຼັງ ການເປີດບໍລິການລົດໄຟ ເດືອນທັນວາ 2021; ແລະ ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດແຜນວຽກລະອຽດ ແຕ່ຫົວທີ ພ້ອມທັງມີການຊີ້ນໍາ, ຕິດຕາມ ຊຸກຍູ້, ກວດກາ ການຈັດຕັ້ງປະຕິບັດ, ພ້ອມກັນນີ້ ໃຫ້ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ກວດກາຄືນບັນຫາທີ່ຍັງຄົງຄ້າງໃຫ້ລະອຽດ ເພື່ອສຸມໃສ່ແກ້ໄຂ ແລະ ປ້ອງກັນບໍ່ໃຫ້ເກີດບັນຫາຕ່າງໆຕາມມາພາຍຫຼັງ. ສຳລັບພິທີເປີດນຳໃຊ້ລົດໄຟ ລາວ- ຈີນ ແມ່ນວັນທີ 02 ທັນວາ 2021 ຕາມແຜນ ທີ່ສອງລັດຖະບານ ໄດ້ເປັນເອກະພາບກັນຜ່ານມາ.

3. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ແລະ ເຫັນດີໃຫ້ເຮັດທົດລອງຢູ່ 5 ຫົວໜ່ວຍງົບປະມານ; ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງກ່ຽວຂ້ອງ ຊຸກຍູ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ຄຽງຄູ່ກັບການສ້າງ ແລະ ປັບປຸງ ນິຕິກຳທີ່ຈຳເປັນ ເພື່ອຄຸ້ມຄອງ ແລະ ສົ່ງເສີມວຽກງານດັ່ງກ່າວ. ພ້ອມກັນນີ້ ກໍສືບຕໍ່ຄົ້ນຄວ້າບັນດາຫົວໜ່ວຍງົບປະມານ ທີ່ມີເງື່ອນໄຂ ແລະ ທ່າແຮງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຫັນມາຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານໃຫ້ຫຼາຍຂຶ້ນ.

4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈີຕອນ; ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນຄໍາສັບໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະ ປະກາດໃຊ້.

5. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ; ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ກ່ຽວກັບການກຳນົດລາຄາຈຳນວນໜຶ່ງໃຫ້ມີຄວາມຄ່ອງຕົວ ຂຶ້ນກັບມາດຕະການເງື່ອນໄຂດ້ານວັດສະດຸກໍ່ສ້າງ, ຄ່າຂົນສົ່ງໄປເຂດຫ່າງໄກສອກຫຼີກ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ອື່ນໆ ເພື່ອເຮັດໃຫ້ການຄິດໄລ່ແທດເໝາະກັບສະພາບຕົວຈິງ ແຕ່ລະໄລຍະ.

6. ກອງປະຊຸມ ເຫັນດີຮັບຮອງເອົາຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025; ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງແຜນດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ຕາມການປະກອບຄຳເຫັນຂອງສະມາຊິິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະ ປະກາດໃຊ້.

7. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021 ຄື:  ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ);  ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ);  ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ (ສ້າງໃໝ່); ແລະ ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ). ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 4 ສະບັບນີ້ ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນ ຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021.

8. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມ ແລະ ປະກາດໃຊ້ຕາມລະບຽບການ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.