ແກະໃນຈຳນວນ 1.050 ໂຕ ໃນປີ 2018 ທີ່ລັດຖະບານ ມົງໂກລີມອບໃຫ້ ສປປ ລາວ ແມ່ນເພີ່ມຂຶ້ນເປັນ 1.245 ໂຕໃນປັດຈຸບັນ ເຊິ່ງນັ້ນສະແດງໃຫ້ເຖິງຄວາມເອົາໃຈໃສ່ ເບິ່ງແຍງດູແລຈາກຄະນະຮັບຜິດຊອບ ແຕ່ມື້ຮັບຈົນເຖິງປັດຈຸບັນ.
ວັນທີ 21 ສິງຫາ ນີ້, ທ່ານ ການບັດຣັກ ລໍດອຍດໍາບາ ເອກ ອັກຄະລັດຖະທູດ ມົງໂກລີ ປະຈໍາ ລາວ ພ້ອມດ້ວຍຄະນະໄດ້ ລົງຢ້ຽມຢາມຟາມລ້ຽງແກະຢູ່ພູເກັງ ເມືອງແປກ ແຂວງຊຽງຂວາງ, ຕາງໜ້າ ກະຊວງປ້ອງກັນປະເທດ ຕ້ອນຮັບໂດຍ ທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ເຂົ້າຮ່ວມມີ ທ່ານ ບຸນ ຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ການນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທັງນີ້ ທ່ານ ພົນຕີ ຄໍາເພັດ ສີຊານົນ ໄດ້ກ່າວສະເເດງຄວາມຕ້ອນຮັບທ່ານທູດ ພ້ອມຄະນະທີ່ລົງມາຢ້ຽມຢາມຟາມລ້ຽງແກະ ຂອງກອງທັບໃນຄັ້ງນີ້ ພ້ອມທັງ ຍົກໃຫ້ເຫັນສາຍພົວພັນຮ່ວມມືອັນດີງາມລະຫວ່າງລາວ-ມົງໂກລີ ທີ່ໄດ້ສ້າງສາຍພົວພັນການ ທູດຮ່ວມກັນໃນວັນທີ 12 ກັນ ຍາ 1962 ມາເຖິງປັດຈຸບັນ ຄົບ ຮອບ 59 ປີ.
ໃນໄລຍະຜ່ານມາ ລາວ-ມົງໂກລີ ໄດ້ມີການພົວພັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນ ຫຼາຍດ້ານ ໂດຍສະເພາະຂົງເຂດ ວຽກງານ ປກຊ-ປກສ, ຂົງເຂດ ການສຶກສາ, ກະສິກໍາ ແລະ ອື່ນໆ ເຮັດໃຫ້ສາຍພົວພັນຮ່ວມມືນັບມື້ ພັດທະນາດີຂຶ້ນ. ຈາກນັ້ນ, ທ່ານ ພັນເອກ ບຸນນໍາ ບຸນນະດີ ຮອງຫົວໜ້າກົມ ຜະລິດກະສິກໍາກົມໃຫຍ່ພະລາທິ ການກອງທັບ ໄດ້ລາຍງານສະພາບການລ້ຽງແກະຢູ່ພູເກັງ ເມືອງແປກ ແຂວງຊຽງຂວາງ, ເຊິ່ງແນວພັນແກະຈໍານວນ 1.050 ໂຕ ເປັນແນວພັນທີ່ລັດຖະບານມົງໂກລີໄດ້ມອບເປັນຂອງ ຂວັນໃຫ້ແກ່ລັດຖະບານ ສປປ ລາວ ໃນຄັ້ງວັນທີ 23 ພະຈິກ 2018 ຜ່ານມາ,
ທ່ານຍັງກ່າວອີກວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງກະຊວງປ້ອງ ກັນປະເທດ ກໍຄືກົມໃຫຍ່ພະລາທິ ການກອງທັບ ແລະ ມອບໃຫ້ກົມ ຜະລິດກະສິກໍາ ກົມໃຫຍ່ພະລາ ທິການກອງທັບເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ລ້ຽງສັດ ດັ່ງກ່າວ, ຕະຫຼອດໄລຍະຊຸມປີຜ່ານມາ, ພະນັກງານ ແລະ ວິຊາການຂອງພວກເຮົາແມ່ນໄດ້ເອົາໃຈໃສ່ ສຸມທຸກກໍາລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນຢ່າງເລິກເຊິ່ງ, ນໍາເອົາບົດຮຽນທີ່ດີຕາມຄໍາແນະນໍາ ຂອງຄະນະຊ່ຽວຊານມົງໂກລີ ຖ່າຍທອດໃຫ້ນັ້ນມາໝູນໃຊ້ແທດເໝາະຕາມຄວາມເປັນຈິງກັບສ ພາບການພື້ນທີ່ພູມີປະເທດເຮົາ, ການລ້ຽງແກະແມ່ນໄດ້ປະຕິບັດ ຖືກຕ້ອງຕາມຫຼັກການໂດຍສະເພາະແມ່ນການຈັດການຟາມ, ການສະໜອງພືດອາຫານສັດ, ການສັກວັກຊີນປ້ອງກັນ ເຊື້ອພະຍາດຕິດແປດປະຈໍາລະດູ ແລະ ອື່ນໆ.
ໂດຍ: ຄໍາປະສົງ ລາດຊະວົງ