ກົມອຸດສາຫະກຳ ແລະ ຫັດຖະກໍາ ຫາລືການຄຸ້ມຄອງເຄມີ ເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ

635

ກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງ ອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມ ທົບທວນການຜັນຂະຫຍາຍຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ຂອງ ສປປລາວ ເພື່ອເຮັດໃຫ້ການນໍາໃຊ້ ມີຄຸນປະໂຫຍດສູງສຸດ ຫຼີກລ່ຽງຜົນກະທົບທາງລົບ.


ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 24 ສິງຫາ 2021 ທີ່ກະຊວງ ອຄ ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ມີບັນດາກົມກອງອ້ອມຂ້າງຈາກກະຊວງກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.


ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ສປປ ລາວ ໄດ້ເຂົ້າຮ່ວມເປັນປະເທດພາຄີຂອງຫຼາຍສົນທິສັນຍາ ແລະ ອະນຸສັນຍາສາກົນ ຫຼາຍສະບັບເປັນຕົ້ນ ສົນທິສັນ ຍາວ່າດ້ວຍການເກືອດຫ້າມການພັດທະນາ ການຜະລິດ ຄອບຄອງ ແລະ ການນຳໃຊ້ອາວຸດເຄມີ, ຢາເສບຕິດ, ວັດຖຸອອກລິດ ຕໍ່ຈິດປະສາດ, ຣົດເຕີດໍາ, ມົງເຣອານ ແລະ ອື່ນໆສິ່ງທີ່ໂລກກຳລັງກັງວົນໃນປັດຈຸບັນແມ່ນການນຳໃຊ້ເຄມີ ບໍ່ຖືກຕ້ອງຕາມ ມາດຖານເຕັກນິກ ແລະ ຂໍ້ແນະນຳການນຳໃຊ້. ຕາມການສຳຫວດຂອງອົງການຈັດຕັ້ງສາກົນ ເຫັນວ່າ ຢູ່ປະເທດກຳລັງພັດທະນາ ມີການນຳໃຊ້ເຄມີຢ່າງກວ້າງຂວາງ ແລະ ຍັງມີການລັກລອບການນຳໃຊ້ເຄມີທີ່ຫ້າມໃຊ້ແລ້ວ ພ້ອມດຽວກັນນັ້ນ ການກຳຈັດ ແລະ ບຳບັດ ສິ່ງເສດເຫຼືອເຄມີອັນຕະລາຍ ກໍໜ້າເປັນຫ່ວງ ຍ້ອນປະຕິບັດບໍ່ຖືກເຕັກນິກ ແລະ ສະຖານທີ່ບຳບັດລວມ ກໍຍັງບໍ່ທັນມີ.


ສປປລາວ ເປັນປະເທດໜຶ່ງທີ່ມີການພັດທະນາເສດຖະກິດຂະຫຍາຍຕົວສູງ, ການພັດທະນາ ແມ່ນມີຄວາມຕ້ອງການນຳໃຊ້ເຄມີຢ່າງຫຼວງຫຼາຍ, ເຄມີທຸກຊະນິດລ້ວນແຕ່ເປັນອັນຕະລາຍໃນລະດັບແຕກຕ່າງກັນ ແລະ ຕິດພັນກັບທຸກຄົນໃນຊິວິດປະຈຳວັນ, ຖ້າບໍ່ມີມາດຕະການຄຸ້ມຄອງທີ່ດີ ອາດເຮັດໃຫ້ເກີດຜົນກະທົບຕໍ່ ສຸຂະພາບ, ຄວາມປອດໄພ, ຄວາມໝັ້ນຄົງ ແລະ ສິ່ງແວດລ້ອມຢ່າງກວ້າງຂວາງ ໂດຍສະເພາະເຄມີ ໃນກຸ່ມທີ່ໜຶ່ງ, ສອງ ແລະ ສາມ ທີ່ໄດ້ກໍານົດໄວ້ໃນກົດໝາຍເຄມີຂອງ ສປປລາວ.

.
ເຄມີທີ່ນຳໃຊ້ຢູ່ພາຍໃນປະເທດ ສ່ວນຫຼາຍແມ່ນ ໃນພາກອຸດສາຫະກຳປຸງແຕ່ງ, ພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ສາທາລະນະສຸກ, ການນຳໃຊ້ແມ່ນເພີ່ມຂຶ້ນທຸກໆປີ, ສະພາບພົ້ນເດັນໃນປັດຈຸບັນແມ່ນການອະນຸຍາດນໍາເຂົ້າຍັງບໍ່ທັນປະຕິບັດຕາມກົດໝາຍເຄມີກຳນົດໄວ້, ການເກັບຮັກສາ, ການນຳໃຊ້ ຍັງຄຸ້ມຄອງບໍ່ທັນໄດ້ດີ.


ກົດໝາຍວ່າດ້ວຍການຄຸ້ມຄອງເຄມີຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນທ້າຍປີ 2016 ການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີມາຮອດປັດຈຸບັນ ເຫັນວ່າມີຫຼາຍອັນເຮັດໄດ້ດີ ແລະ ມີຫຼາຍອັນຍັງຄົງຄ້າງ, ສິ່ງທີ່ຍັງຄົງຄ້າງ ເປັນຕົ້ນ ການສ້າງນິຕິກຳລຸ່ມກົດໝາຍ, ການຄຸ້ມຄອງເຄມີແບບລວມສູນ, ການລາຍງານຂໍ້ມູນທີ່ຖືກຕ້ອງ, ຊັດເຈນ, ການກໍາຈັດ, ບໍາບັດສິ່ງເສດເຫຼືອເຄມີ ແລະ ບັນຫາອື່ນໆ.


ຈາກບັນຫາດັ່ງກ່າວນັ້ນ ກະຊວງ ອຄ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນເພື່ອແລກປ່ຽນຄຳຄິດຄຳເຫັນໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ, ເພື່ອນຳໄປສ້າງແຜນການຈັດຕັ້ງປະຕິບັດໃນຕໍ່ໝ້າ ໃຫ້ລະອຽດ, ຈະແຈ້ງ, ສາມາດຈັດຕັ້ງປະຕິບັດໄດ້.
ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ມີທັງໝົດ ມີ 9 ພາກ ລວມ 81 ມາດຕາ
ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາກ່າວວ່າ: ພາຍໃຕ້ກົດໝາຍສະບັບນີ້ມີນິຕິກໍາ 9 ສະບັບທີ່ຕ້ອງສ້າງຂຶ້ນ ໃນນີ້ ສໍາເລັດ ແລ້ວ 3 ສະບັບ ແລະ ຍັງ 6 ສະບັບກໍາລັງສືບຕໍ່ສ້າງ
ຂ່າວພຸດຕີ້ – ພາບ ສອນໄຊ
ຮູບ:801-804