ແຂວງບໍ່ແກ້ວ ອອກແຈ້ງການ ຄວບຄຸມການລະບາດໂຄວິດ ໃຜລະເມີດ ຖືກປັບໃໝ

386

ໃນວັນທີ 24 ສິງຫາ 2021 ຮອງເຈົ້າແຂວງໆ ບໍ່ແກ້ວ ໄດ້ອອກແຈ້ງການ ສະບັບເລກທີ 123/ສພກ,ບກ ກ່ຽວກັບ ການເພີ່ມທະວີປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ. ຍ້ອນມີສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງບໍ່ແກ້ວໃນປະຈຸບັນ ໂດຍສະເພາະແມ່ນການແຜ່ລະບາດຢູ່ໃນຊຸມຊົນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເມືອງຕົ້ນເຜິ້ງ ເຊິ່ງມີຈໍານວນຜູ້ຕິດເຊື້ອ ແລະ ສໍາພັດໃກ້ສິດເພີ່ມຂຶ້ນເປັນຈໍານວນຫຼາຍ. ດັ່ງນັ້ນຫົວໜ້າຄະນະສະເພາະກິດ ແຂວງບໍ່ແກ້ວ ຈິ່ງໄດ້ແຈ້ງການມາຍັງບັນດາທ່ານທົ່ວແຂວງບໍ່ແກ້ວ ເພື່ອຊາບ ດັ່ງນີ້:

1 ປິດການຊຸມແຊວໃນທຸກສະຖານທີ່ ທັງຢູ່ໃນຄອບຄົວ, ຢູ່ໃນຊຸມຊົນ, ຢູ່ບັນດາຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານບັນເທີງ, ຮ້ານຕໍ, ຮ້ານປີ້ງ, ຮ້ານບຸບເຟ້ ແລະ ຮ້ານຂາຍເຫຼົ້າ-ເບຍທຸກປະເພດ; 2. ໃຫ້ປິດການຫຼີ້ນກິລາໃນຮົ່ມທຸກປະເພດ, ກິລາຕີດອກປີກໄກ່, ຟີສເນັດ, ກິລາກອຟ, ກິລາບານສົ່ງ ແລະ ເຕະບານ; 3. ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ລົງສົມທົບຜູ້ປະກອບການຕະຫຼາດສົດທຸກແຫ່ງ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ ນັບທັງຜູ້ຊື້-ຂາຍ ພາຍໃນຕະຫຼາດ.

4 ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບເຈົ້າໜ້າທີ່ ລົງຕິດຕາມ, ກວດກາ ບັນດາຮ້ານຢູ່ບັນດາຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານບັນເທິງ, ຮ້ານຕໍ, ຮ້ານປີ້ງ, ຮ້ານບຸບເຟ້ ແລະ ຮ້ານຂາຍເຫຼົ້າ-ເບຍທຸກປະເພດ ໃນທຸກໆວັນ ຢ່າງເຂັ້ມງວດ ພ້ອມທັງເຮັດບົດບັນທຶກຮ່ວມກັບບັນດາຮ້ານ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ແລະ ຢຸດເຊົາ ໃນໄລຍະທີ່ມີການລະບາດນີ້.

5 ມອບໃຫ້ສອງກອງບັນຊາການ ປກຊ-ປກສ, ບັນດາເມືອງລຽບຊາຍແດນ ເອົາໃຈໃສ່ສະກັດກັ້ນການລັກລອບເຂົ້າຂອງຄົນ ແລະ ນໍາເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງ ເຊິ່ງຈະເກີດໃຫ້ມີການລະບາດ ຂອງພະຍາດໂຄວິດ-19; 6. ມອບໃຫ້ຄະນະສະເພາະກິດແຕ່ລະເມືອງ ສົມທົບກັບອົງການປົກຄອງບ້ານເອົາໃຈໃສ່ປ້ອງກັນເວນຍາມ ຕິດຕາມການເຂົ້າ-ອອກ ແລະ ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າ ເປັນເຈົ້າເຂົ້າຮ່ວມໃນການປະຕິບັດມາດຕະການຕ່າງໆ; 7. ປີດໂຮງຮຽນອະນຸບານ, ລ້ຽງເດັກຊົ່ວຄາວ ແລະ 8. ມອບໃຫ້ຄະນະສະເພາະກິດເມືອງ, ສອງກອງບັນຊາການລົງກວດກາ, ກ່າວເຕືອນ ແລະ ປັບໄໝຜູ້ລະເມີດຢ່າງເດັດຂາດ.