ເສດຖະກິດອົສຕຣາລີ ອາດຫົດຕົວ 2% ໃນໄຕມາດ 3

217

ໂກແມນ ແຊັກ ( Gold man Sachs ) ເຊິ່ງເປັນສະຖາບັນການເງິນລະດັບໂລກ ຄາດການວ່າ ເສດຖະກິດຂອງອົສຕຣາລີ ໃນໄຕມາດ 3 ຂອງປີ 2021 ຈະຫົດຕົວ 2% ເນື່ອງຈາກລັດຖະບານອອກມາດຕະການລັອກດາວ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງຈະສົ່ງຜົນກະທົບຕໍ່ການອຸປະໂພກ – ບໍລິໂພກຂອງພາກຄົວເຮືອນ ແລະ ຈະດຶງກິດຈະກຳດ້ານການກໍ່ສ້າງຊະລໍຕົວລົງ.

ນັກວິເຄາະຂອງໂກແມນ ແຊັກ ກ່າວວ່າ: ເສດຖະກິດຂອງອົສຕຣາລີ ມີຄວາມສ່ຽງທີ່ຈະປະເຊີນກັບການຫົດຕົວ ເນື່ອງຈາກໄດ້ຮັບຜົນກະທົບຈາກມາດຕະການລັອກດາວ ປະກອບກັບການທີ່ທະນາຄານກາງຂອງອົສຕຣາລີ ສົ່ງສັນຍານເມື່ອເດືອນກໍລະກົດຜ່ານມາວ່າ ອາດຈະປັບຫຼຸດມາດຕະການກະຕຸ້ນເສດຖະກິດ ລວມທັງການປັບຫຼຸດວົງເງິນຊື້ພັນທະບັດຕາມມາດຕະການຜ່ອນຄາຍເຊີງປະລິມານ ( QE ).

ແນວໃດກໍຕາມ, ໂກແມນ ແຊັກ ຄາດວ່າ: ເສດຖະກິດອົສຕຣາລີ ຈະກັບມາຂະຫຍາຍຕົວ 1,8% ໃນໄຕມາດ 4 ຂອງປີ 2021 ເນື່ອງຈາກລັດຖະບານອາດຈະອອກມາດຕະການຜ່ອນຜັນຢ່າງຄ່ອຍເປັນຄ່ອຍໄປ.

ທັງນີ້, ທາງການຂອງລັດເຊົາທ໌ເວລ ໄດ້ຂະຫຍາຍເວລາລັອກດາວນະຄອນຊິດນີ ອອກໄປອີກຈົນເຖິງທ້າຍເດືອນກັນຍານີ້, ຫຼັງຈາກທີ່ປະກາດລັອກດາວມາເປັນເວລາເກືອບ 2 ເດືອນ ແຕ່ຍັງບໍ່ສາມາດຄວບຄຸມການແຜ່ລະບາດຂອງສາຍພັນເດວຕ້າໄດ້, ພ້ອມທັງເຕືອນວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ໃນນະຄອນຊິດນີ ຍັງບໍ່ທັນເຖິງຈຸດສູງສຸດ ເຊິ່ງນັບຈາກນີ້ໄປອາດມີຜູ້ຕິດເຊື້ອ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນບໍ່ຄວນອອກຈາກທີ່ພັກອາໄສ ເພື່ອຢຸດການແຜ່ລະບາດ.