ອູກັສ ພ້ອມໃຫ້ໂອກາດ ປາກຽວ ລ້າງຕາ

475

ຢໍເດນິສ ອູກັສ ນັກມວຍຊາວກຸຍບາ ແຊັມໂລກຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ ( WBA ) ປະກາດພ້ອມໃຫ້ໂອກາດ ແມນນີ ປາກຽວ ນັກມວຍຊາວຟິລິບປິນ ໄດ້ລ້າງຕາ ຖ້າຫາກອີກຝ່າຍສະເໜີ

ໄຟທ໌ລະຫວ່າງທັງສອງຈັດຂຶ້ນໃນທ້າຍອາທິດ ທີ່ຜ່ານມາ ປາກົດວ່າ ອູກັສ ມາດີຫຼາຍດັກທາງມວຍຂອງ ປາກຽວ ໄດ້ດີ ກ່ອນເອົາຊະນະຄະແນນ ປາກຽວ ໄປແບບເປັນເອກະພາບກັນ 115-113, 116-112 ແລະ 116-112.
ອູກັສ ໃຫ້ສໍາພາດວ່າ: “ ແນ່່ນອນ 200% ປາກຽວ ເປັນຕໍານານ ແລະ ນັກມວຍທີ່ຍິ່ງໃຫຍ່ ເຊິ່ງລາວອາດຕ້ອງການລ້າງຕາ ແລະ ບໍ່ຕ້ອງສົງໄສເລີຍ ຕໍານານຢ່າງລາວສົມຄວນໄດ້ຮັບໂອກາດ ”.
ຮູບຈາກ: AP