ມຊ ໃນຍຸກໂຄວິດ ອົດທົນຊ່ວຍກັນເດີ້ທຸກຄົນປະຕິບັດມາດຕະການປ້ອງກັນໃຫ້ເຂັ້ມງວດ

0
413

ຫຼັງຈາກທີ່ ມຊ ກໍຄືມະຫາວິທະຍາໄລແຫ່ງຊາດ ໄດ້ປະກາດຮັບລົງທະບຽນໃນການສອບເສັງຄັດເລືອກເອົານັກສຶກສາໃນສົກ 2021-2022 ກໍ່ໄດ້ຮັບຄວາມສົນໃຈຂອງນ້ອງໆນັກຮຽນທີ່ຈົບມໍ 7 ທົ່ວປະເທດ ເພາະວ່າການລົງທະບຽນແມ່ນສາມາດລົງຜ່ານອອນໄລນ໌ ສຳລັບຜູ້ທີ່ຢູ່ໄກ ແຕ່ຕ້ອງໄດ້ມາຮັບເອົາບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ຂອງ ມຊ ເອງ.


ເນື່ອງຈາກສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນການເຂົ້າຮັບເອົາບັດເຂົ້າຫ້ອງສອບເສັງຂອງນ້ອງໆ ຈຶ່ງບໍ່ສາມາດປະຕິບັດທຳມະດາຄືຜີຜ່ານໆມາ ແຕ່ຕ້ອງມີວິທີປ້ອງກັນຄວາມປອດໄພຕາມມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກ ເຊິ່ງນ້ອງໆທີ່ສະໝັກທຸກຊ່ອງທາງ ແມ່ນສາມາດມາຮັບເອົາບັດເຂົ້າຫ້ອງສອບເສັງໄດ້ເລີ່ມແຕ່ ວັນທີ 23 ສິງຫາ ໄປຈົນເຖິງ 8 ກັນຍາ 2021 ນີ້.


ນ້ອງໆທຸກຄົນທີ່ມາຮັບເອົາບັດເຂົ້າຫ້ອງສອບເສັງແມ່ນມີ 4 ຂັ້ນຕອນ ນັ້ນໄດ້ແກ່ ຮັບຟອມສະໝັກ ທີ່ປ່ອງເບີ1 ຫຼັງຈາກນັ້ນຈະໄດ້ຮັບ ປື້ມແນະນຳການສອບເສັງ, ສໍດຳ 2ບີ ແລະ ໂຮງແຫຼມສໍ, ຄ່າທຳນຽມ 25.000 ກີບ ແລະ ຕ້ອງປະກອບຂໍ້ມູນຕົນເອງໃຫ້ຄົບຖ້ວນ, ຫຼັງຈາກນນັ້ນແມ່ນຈ່າຍເງິນທີ່ປ່ອງທີ 2 ( ຄ່າທຳນຽມການສອງເສັງ 40.000 ກີບ ), ສຳລັບຜູ້ທີ່ຍັງບໍ່ໄດ້ສະໝັກອອນໄລນ໌ ແມ່ນໄປທີ່ປ່ອງເບີ 3 ສາມາດພົວພັນໄດ້ທີ່ນັ້ນເຊິ່ງຄະນະຮັບຜິດຊອບຈະໄດ້ໃຫ້ຄຳແນະນຳ ແລະ ຂັ້ນຕອນສຸດທ້າຍ ກວດສອບເອກະສານ ແລະ ອອກບັດເຂົ້າຫ້ອງສອບເສັງແມ່ນປ່ອງ4 ກວດສອບຂໍ້ມູນຕົນເອງໃຫ້ຮຽບຮ້ອຍ ແລ້ວຄະນະກຳມະການຈະອອກບັດເຂົ້າຫ້ອງສອບເສັງໃຫ້ເລີຍ.


ສຳລັບໃນວັນທີ 23 ສິງຫາທີ່ຜ່ານມາ ເຊິ່ງເປັນມື້ທຳອິດໃນການເປີດຮັບບັດ ກໍ່ໄດ້ມີນ້ອງໆນັກຮຽນຈາກຫຼາຍຫຼາຍບ່ອນຫຼາຍທີ່ເຂົ້າມາຮັບທີ່ສະໂມສອນໃຫຍ່ ມຊ ແລະ ມີການປະຕິບັດຕໍ່ມາດຕະການຂອງຄະນະສະເພາະກິດເຊັ່ນ: ຮັກສາໄລຍະຫ່າງ, ວັດແທກອຸນຫະພູມ, ລ້າງມືຫຼັງມີການສຳຜັດ ( ມີຄະນະສະເພາະກິດປະຈຳແນະນຳໃນພື້ນທີ່) ເພື່ອບໍ່ໃຫ້ເກີດມີຄວາມສ່ຽງ.

LEAVE A REPLY

Please enter your comment!
Please enter your name here