ຍັງໜັກຫຼາຍຕິດເຊື້ອໃນຊຸມຊົນມື້ນີ້ ນະຄອນຫຼວງວຽງຈັນ 5 ຄົນໃນ 147

1109

ຕາມການຖະຫຼງຂ່າວຂອງທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ປະຈຳວັນທີ 24 ສິງຫາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ສິງຫາ 2021 ນີ້ໄດ້ກວດພົບຜູ້ຕິດເຊື້ອໃໝ້ອີກ 336 ຄົນ ໃນນັ້ນຕິດໃນຊຸມຊົນ 147 ກໍລະນີໜັກທີ່ສຸດຍັງແມ່ນແຂວງສະຫວັນນະເຂດ.


ໂດຍວັນທີ່ 23 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງໄປກວດວິເຄາະທັງໝົດ 2.342 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 336 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 147 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 128 ຄົນ, ບໍ່ແກ້ວ 12 ຄົນ, ນະຄອນຫຼວງ 5 ຄົນ, ຄຳມ່ວນ  ແລະສາລະວັນແຂວງລະ 1 ຄົນ.


ສ່ວນ ກໍລະນີນໍາເຂົ້າ ມີ 189 ຄົນ ຈາກ ນະຄອນຫຼວງ 128 ຄົນ, ຈຳປາສັກ 46 ຄົນ, ຄຳມ່ວນ 13 ຄົນ ແລະ ສະຫວັນນະເຂດ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບ ການຕິດເຊື້ອໃນຊຸມຊົນ 128 ຄົນ ຢູ່ແຂວງສະຫວັນນະເຂດ, ໃນນັ້ນ ກວດພົບຢູ່ສະຖານທີ່ຄຸມຂັງ 121 ຄົນ ແລະ ກຸ່ມຄົນທົ່ວໄປ 7 ຄົນ. ສ່ວນ ນະຄອນຫຼວງທີ່ຕິດເຊື້ອໃນຊຸມຊົນ 5 ຄົນນັ້ນ ແມ່ນຢູ່ບ້ານ ສິມມະໂນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້, ສ່ວນອີກ 2 ຄົນ ເປັນເພດຊາຍ 38 ປີ ເປັນພະນັກງານ ແລະ ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານດອນດູ່ ເມືອງໄຊທານີ ເປັນຜູ້ສຳຜັດໃກ້ຊິດນຳ ຜູ້ຕິດເຊື້ອທີ່ຢູ່ບ້ານສິມມະໂນ.


ຈາກຕົວເລກຜູ້ຕິດເຊື້ອໃໝ່ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12.957 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4.259 ຄົນ.