ຟັງແລ້ວຫຼືຍັງ ເພງໃໝ່ ຕ່າຍ ອາກາດ “ຊີວິດຫຼັງຄວາມຕາຍ” ໄດ້ນັກສະແດງຄຸນນະພາບມາສະແດງເອັມວີໃຫ້

936

ຖືກໃຈແຟນໆ ສຳລັບໜຸ່ມຕ່າຍ ອາກາດ ນັກຮ້ອງສຽງດີມີເອກະລັກ ທີ່ໄດ້ປ່ອຍເພງໃໝ່ ອອກມາໃຫ້ໄດ້ຟັງ ແລະ ຊົມກັນ ເພງ ຊີວິດຫຍັງຄວາມຕາຍ

ໂດຍໄດ້ 2 ນັກສະແດງຄຸນນະພາບ ມາສະແດງເອັມວີໃຫ້ ນາງເອກ ສາວຫລ້າ ສຸລິນດາ ເທບພະວົງສາ ແລະ ພະເອກ ໜຸ່ມ ບ໋ອບບີ້ ອັດສະວິນ ນັກສະແດງຄຸນນະພາບ ຖ່າຍທອດອາລົມສົມບົດບາດ ແລະ ກະແທກໃຈ ອິນໄປນຳເພງຕາມໆກັນ

ເນື້ອໃນຂອງເພງ ແມ່ນກ່າວເຖິງຄົນທີ່ສູນເສຍຄົນຮັກໄປແບບບໍ່ມີວັນຫວນກັບ, ທີ່ຄົນຍັງຢູ່ມັນໂຄດທໍລະມານເພາະຄວາມຮັກ ແລະ ຄວາມຄິດຮອດ ລ່ອງລອຍຄືຄົນທີ່ບໍ່ເປັນອັນເຮັດຫຍັງຄິດຮອດຫາແຕ່ຄົນທີ່ຈາກໄປ ຈະເຈັບປວດທໍລະມານສ່ຳໃດໄປຊົມ ແລະ ຟັງເລີຍ

ເຊິ່ງເພງນີ້ເປັນບົດເພງຫຼ້າສຸດຂອງ ຕ່າຍ ອາກາດ, ແລະ ຝາກຕິດຕາມຜົນງານຄຸນນະພາບ ຂອງ ໜຸ່ມ ຕ່າຍ ອາກາດ ແບບນີ້ອີກໄດ້ທາງ TAIY AKARD

ຈາກ: TAIY AKARD