3 ສານອາຫານສຳຄັນ ຊ່ວຍເສີມສ້າງລະບົບພູມຄຸ້ມກັນ

744

ການເສີມສ້າງລະບົບພູມຄຸ້ມກັນຂອງຮ່າງກາຍໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ ເຮັດໄດ້ໂດຍກິນອາຫານທີ່ມີສ່ວນຊ່ວຍສ້າງພູມຄຸ້ມກັນໃຫ້ຮ່າງກາຍ ຄວບຄູ່ໄປກັບການອອກກຳລັງກາຍເປັນປະຈຳ ຊ່ວຍເສີມການເຮັດວຽກຂອງລະບົບພູມຄຸ້ມກັນ ຫຼຸດຄວາມສ່ຽງ ຫຼື ຄວາມຮຸນແຮງຈາກເຊື້ອໄວຣັສຕ່າງໆໄດ້.

3 ສານອາຫານສຳຄັນທີ່ມີສ່ວນໃນການເສີມສ້າງລະບົບພູມຄຸ້ມກັນທີ່ສາມາດຮັບປະທານໄດ້ຈາກແຫຼ່ງອາຫານທົ່ວໄປ ໄດ້ແກ່:

1 ວິຕາມິນດີ ວິຕາມິນທີ່ດີແຕ່ຖືກເບິ່ງຂ້າມ

ວິຕາມິນດີ ນອກຈາກຊ່ວຍໃນການດູດຊຶມແຄວຊ້ຽມແລ້ວ ຍັງພົບວ່າມີບົດບາດສຳຄັນຕໍ່ລະບົບພູມຄຸ້ມກັນ ໂດຍການເຮັດວຽກຂອງລະບົບພູມຄຸ້ມກັນຫຼາຍໆ ກົນໄກນັ້ນຈະໄດ້ຮັບການກະຕຸ້ນຈາກວິຕາມິນດີ ເຮັດໃຫ້ລະບົບການເຮັດວຽກຂອງພູມຄຸ້ມກັນເປັນໄປໄດ້ຢ່າງປົກກະຕິ ແລະ ຫາກມີວິຕາມິນດີ ໃນຮ່າງກາຍພຽງພໍ ຈະເຮັດໃຫ້ໂອກາດຕິດເຊື້ອຫຼຸດລົງໄດ້ ລວມທັງຍັງຫຼຸດຄວາມສ່ຽງໃນການເກີດບັນຫາພູມຄຸ້ມກັນຕ້ານທານເນື້ອເຍື່ອຕົນເອງ ( Autoimmune ) ໄດ້ອີກ.

ໂດຍໄວເຮັດວຽກຕ້ອງການວິຕາມິນດີ ປະລິມານ 600 mg ຕໍ່ມື້ ຮ່າງກາຍຂອງເຮົາສາມາດຮັບວິຕາມິນດີ ຈາກທຳມະຊາດໄດ້ທາງແສງແດດ ແນະນຳໃຫ້ຖືກແດດໃນເວລາ 9:00 – 15:00 ໂມງ ປະມານ 5 – 30 ນາທີ ໂດຍບໍ່ຕ້ອງທາຄຣີມກັນແດດ.

ອາຫານທີ່ມີວິຕາມິນດີ

ອາຫານທີ່ເປັນແຫຼ່ງຂອງວິຕາມິນດີ ໄດ້ແກ່: ເຫັດຊະນິດຕ່າງໆ, ຕັບ, ຊີ້ນປາທີ່ມີໄຂມັນ, ທັນຍະພືດໂຮແກຣນ, ນົມ ຫຼື ຜະລິດຕະພັນນົມທີ່ມີການເສີມວິຕາມິນດີ ເປັນຕົ້ນ.

May be an image of 1 person, drink and indoor

2 ວິຕາມິນຊີ ວິຕາມິນຍອດນິຍົມສຳລັບຄົນທີ່ຢາກແຂງແຮງ

ວິຕາມິນຊີ ມີບົດບາດໃນດ້ານລະບົບພູມຄຸ້ມກັນຊ່ວຍເສີມສ້າງຄວາມແຂງແຮງຂອງເຍື່ອບຸຜິວ ເຊິ່ງມີໜ້າທີ່ໃນການປ້ອງກັນການຮຸກຮານຂອງສິ່ງແປກປອມຕ່າງໆ ລວມທັງກະຕຸ້ນໃຫ້ລະບົບຕ້ານອະນຸມູນອິດສະຫຼະເຮັດວຽກໄດ້ຢ່າງປົກກະຕິ ເຮັດໃຫ້ເຊວເມັດເລືອດຂາວ ເຊິ່ງມີໜ້າທີ່ທຳລາຍເຊື້ອພະຍາດສາມາດເຮັດວຽກໄດ້ຢ່າງປົກກະຕິ.

ໂດຍທົ່ວໄປແລ້ວຄົນໃນໄວເຮັດວຽກຕ້ອງການວິຕາມິນຊີ ປະມານ 85 – 100 mg ຕໍ່ມື້.

ວິຕາມິນຊີ ຈະສະລາຍຕົວໄດ້ຂ້ອນຂ້າງງ່າຍຈາກການສຳຜັດກັບແສງແດດ ຫຼື ຖືກຄວາມຮ້ອນໃນການປຸງອາຫານ. ດັ່ງນັ້ນ, ຜັກທີ່ຜ່ານການປຸງສຸກດ້ວຍຄວາມຮ້ອນຈະມີວິຕາມິນຊີຫຼຸດລົງ. ນອກຈາກນີ້, ວິຕາມິນຊີ ອາດໄດ້ຮັບຈາກການບໍລິໂພກອາຫານທີ່ມີການເສີມວິຕາມິນ ເຊັ່ນ: ເຄື່ອງດື່ມ ຫຼື ທັນຍາຫານເສີມວິຕາມິນຊີ.

3. ທາດເຫຼັກ ເສີມພູມຕ້ານທານເຮັດວຽກຮ່ວມກັບວິຕາມິນຊີ

No photo description available.

ທາດເຫຼັກເປັນສານອາຫານທີ່ມີບົດບາດໃນຂະບວນການຕ້ານອະນຸມູນອິດສະຫຼະຂອງຮ່າງກາຍ ເຮັດໃຫ້ຜິວໜັງ ແລະ ຊັ້ນເນື້ອເຍື່ອຕ່າງໆມີຄວາມແຂງແຮງ ລວມທັງເຮັດໃຫ້ການສ້າງເຊວໃນລະບົບພູມຄຸ້ມກັນເປັນໄປຢ່າງປົກກະຕິ ທາດເຫຼັກຈຶ່ງເປັນສານອາຫານທີ່ມີບົດບາດຕໍ່ລະບົບພູມຄຸ້ມກັນຫຼາຍ ລວມທັງຊ່ວຍໃຫ້ຮ່າງກາຍມີປະສິດທິພາບໃນການທຳລາຍເຊື້ອພະຍາດທີ່ລຸກລາມໄດ້ເປັນຢ່າງດີ.

ອາຫານທີ່ມີທາດເຫຼັກ

ແຫຼ່ງອາຫານທີ່ມີທາດເຫຼັກໃນປະລິມານສູງ ໄດ້ແກ່: ເຄື່ອງໃນສັດ, ຊີ້ນສັດ ໂດຍສະເພາະຊີ້ນແດງ ສ່ວນຊີ້ນຂາວ ເຊັ່ນ: ປາ, ໄກ່ ຈະມີທາດເຫຼັກໃນປະລິມານທີ່ໜ້ອຍກວ່າຊີ້ນແດງທີ່ມີນ້ຳໜັກເທົ່າກັນ ແມ່ຍິງໄວເຮັດວຽກຕ້ອງການທາດເຫຼັກປະລິມານ 20 ມິນລີກຣາມຕໍ່ມື້ ຂະນະທີ່ຜູ້ຊາຍຕ້ອງການປະມານ 11,5 ມິນລີກຣາມຕໍ່ມື້ ທາດເຫຼັກຈະໄດ້ຮັບການດູດຊຶມໄດ້ດີຍິ່ງຂຶ້ນໃນອາຫານຄາບນັ້ນໆ ເມື່ອວິຕາມິນຊີຈາກອາຫານລວມກັນ ເພາະວິຕາມິນຊີຊ່ວຍດູດຊຶມທາດເຫຼັກ ໂດຍຜູ້ບໍລິໂພກເລືອກກິນຜະລິດຕະພັນອາຫານ ຫຼື ເຄື່ອງດື່ມທີ່ເສີມທາດເຫຼັກໄດ້.

ນອກຈາກເລືອກ 3 ສານອາຫານທີ່ໃຊ້ແລ້ວ ການເບິ່ງແຍງສຸຂະພາບໃຫ້ແຂງແຮງດ້ວຍ 3 ອ ຄື:

ອ. ອາຫານ

ອ. ອອກກຳລັງກາຍ

ອ. ອາລົມ

May be an image of fruit

ໃຫ້ສອດຄ່ອງກັບການໃຊ້ຊີວິດ ເພື່ອສ້າງສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ແຂງແຮງ ແລະ ເຮັດຢ່າງສະໝ່ຳສະເໝີຄວບຄູ່ກັບການຮັກສາສຸຂະນາໄມໃນຊີວິດປະຈຳວັນ ທັງໝັ່ນລ້າງມື, ເລືອກຮັບປະທານອາຫານທີ່ປຸງສຸກໃໝ່, ຫຼີກລ່ຽງການຮັບປະທານອາຫານທີ່ປຸງຄ້າງໄວ້ ລວມທັງໃຊ້ບ່ວງກາງເມື່ອຮັບປະທານອາຫານຮ່ວມກັນຈະຊ່ວຍຫຼຸດໂອກາດສ່ຽງໃນການຕິດເຊື້ອພະຍາດໄດ້ເປັນຢ່າງດີ ເຊິ່ງເປັນການເພີ່ມພູມຄຸ້ມກັນໃຫ້ຮ່າງກາຍມີສຸຂະພາບດີໃນໄລຍະຍາວ.

ທີ່ມາ: https://www.sanook.com/health/29369/