ໃນການເຂົ້າຮ່ວມປະກວດທຸກເວທີ ທຸກຄັ້ງແນ່ນອນວ່າ ເປົ້າຫມາຍຂອງທຸກຄົນທີ່ມາແຂ່ງຂັນ ຄືການໄປໃຫ້ເຖິງຝັ່ງຝັນ ນັ້ນກໍຄືການໄດ້ຕໍາແຫນ່ງອັນຊົງກຽດມາຄອບຄອງ ນອກຈາກຈາກນັ້ນຄືການໄດ້ບົດຮຽນ ແລະ ການໄດ້ມິດຕະພາບທີ່ດີຈາກຜູ້ເຂົ້າຮ່ວມປະກວດນໍາກັນ ແຕ່ກ່ອນຈະກ້າວເຂົ້າສູ່ການປະກວດທຸກຄົນລ້ວນພົກພາຄວາມສາມາດພິເສດທີ່ບໍ່ຄືກັນ ເພື່ອມາວັດກັນໃນເວທີຢ່າງຫຼີກລ່ຽງບໍໄດ້ ເຊິ່ງຄວາມຝັນຂອງຫນູ່ມຄົນນີ້ກໍເຊັ່ນດຽວກັນ ປັດທະວີ ຊາມຸນຕີ ຊື່ຫລີ້ນ ອາເຟີຍ MGL05 ຜູ້ຜ່ານເຂົ້າຮອບ 12ຄົນ ໃນເວທີ Mister Global Laos 2021 ມາຈາກແຂວງ ວຽງຈັນ ຈົບຈາກວິທະຍາໄລເຕັກນິກປາກປ່າສັກ ພາກບໍລິຫານທຸລະກິດ ສາຂາການຕະຫລາດ ກໍ່ເປັນຜູ້ໜຶ່ງທີ່ມີຫຼາກຫຼາຍຄວາມສາມາດ ແລະຢາກມາຝາກຄວາມຝັນຄວາມຫວັງກັບເວທີນີ້.
ສໍາລັັບອາເຟີຍເອງແມ່ນມີຜົນງານໃນວົງການບັນເທີງມາຢ່າງຫລາກຫລາຍ ແຕ່ສໍາລັບເວທີປະກວດ ແມ່ນເຄີຍຜ່ານການປະກວດ MISTER POWERMAN LAO 2020 ໄດ້ເຂົ້າທ໋ອບ20ຄົນ ແລະໄດ້2ລາງວັນພິເສດໃນການປະກວດຄັ້ງນັ້ນຄື 1ລາງວັນ perfect guy by river studio ແລະ ລາງວັນທີ 2ແມ່ນລາງວັນ precenterຈາກຮ້ານ frango ແລະ ນອກຈາກນີ້ຜົນງານທີ່ຜ່ານມາເຄີຍແມ່ນ ເຄີຍສະແດງMV, ຖ່າຍໂຄສະນາ ແລະ ສະແດງລະຄອນສັ້ນອີກດ້ວຍ.
ໃນຄວາມໄຝ່ຝັນຂອງຕົນເອງແມ່ນຢາກເປັນຕົວແທນຂອງໄວຫນຸ່ມ ແລະເປັນຕົວແທນປະເທດລາວເພື່ອໄປປະກວດເວທີໂລກ ໃນການເຜີຍແຜ່ວັດທະນະທໍາ ແລະແນະນໍາສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງລາວໃຫ້ຊາວໂລກໄດ້ຮັບຮູ້ ແລະ ອີກສິ່ງຫນຶ່ງກໍຄືເພື່ອຢາກກ້າວເຂົ້າສູ່ວົງການບັນເທີງລາວ.
ຄະຕິປະຈໍາໃຈຂອງອາເຟີຍແມ່ນ ‘’ ຄວາມພະຍາຍາມຢູ່ບ່ອນໃດຄວາມສໍາເລັດຢູ່ບ່ອນນັ້ນ’’ ເປັນຄໍາເວົ້າທີ່ທ່ອງຂຶ້ນໃຈຕະຫລອດເລີຍ ຖ້າເວົ້າເຖິງເລື່ອງຂອງຈຸດເດັ່ນຂອງຕົນເອງກໍຄືການເປັນຄົນທີ່ເຮັດຫຍັງແລ້ວເຕັມທີ່ກັບສິ່ງທີ່ເຮັດສະເຫມີເປັນຄົນກະຕືລືລົ້ນ ແລະ ເອົາໃຈໃສ່ຕໍ່ເວລາ ແລະຫນ້າທີ່ທີ່ມອບໃຫ້ ເຊິ່ງອາເຟີຍຄິດວ່າສິ່ງນີ້ແລະ ເມື່ອຄະນະກໍາມະການໄດ້ເຫັນຈະເຮັດໃຫ້ເທໃຈໃຫ້ໄດ້.
ການກຽມຕົວກ່ອນເຂົ້າປະກວດແມ່ນໄດ້ກຽມຕົວຫລາຍຢ່າງເລີຍກ່ອນຈະເຂົ້າມາປະກວດທັງຝຶກເລື່ອງພາສາ,ຝຶກຟິດຫຸ່ນ, ຄວບຄຸມອາຫານພັກຜ່ອນໃຫ້ເຕັມທີ່ກິນອາຫານທີ່ດີຕໍ່ສຸກຂະພາບ ແລະ ຍັງຝຶກຊ້ອມໃນການເດີນແບບ ແລະ ບຸກຄະລິກກະພາບຂອງຕົນເອງໃຫ້ດີຂຶ້ນເລື່ອຍໆ.
ອາເຟີຍເອງ ມັກໃນການຊ່ວຍສັງຄົມຢູ່ແລ້ວສ່ວນຫລາຍຈະເເມ່ນການໄປບໍລິຈາກເຄື່ອງກິນເຄື່ອງໃຊ້ຕາມສະຖານທີ່ທີ່ຮັບບໍລິຈາກຕ່າງໆ ກິດຈະກໍາຍາມວ່າງທີ່ມັກເຮັດທີ່ສຸດກະຄືແລ່ນອອກກໍາລັງກາຍ, ຟັງເພງ ແລະລອຍນ້ໍາ ສ່ວນສະຕາຍການແຕ່ງຕົວສ່ວນຫລາຍຈະບໍ່ແຕ່ງຫລາຍແບບຕາມໃຈຕົວເອງ ແບບໃດກໍໄດ້ແລ້ວແຕ່ສະຖານະການ ແລະ ສະຖານທີ່ ທີ່ເຮົາໄປ ແລະສຸດທ້າຍນີ້ຝາກທຸກຄົນເປັນກໍາລັງໃຈ ແລະຝາກເຊຍ MGL05 Afery Mister Global Laos2021ເພື່ອໃຫ້ໄດ້ເຂົ້າຮອບເລີກໆແດ່ເດີທຸກຄົນ ສາມາດຕິດຕາມຜົນງານ ແລະການເຄື່ອນໄຫວຕ່າງໆໄດ້ຜ່ານທາງ ເຟສບຸກPatthavee A Fery.
ຮູບ: Patthavee A Fery.