ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ ໄດ້ຄົ້ນຄວ້າ, ພິຈາລະນາ 8 ເອກະສານສຳຄັນ

732

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ ຂອງລັດຖະບານຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ສິງຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ມີບັນດາສະ ມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ, ວັນທີ 23 ແລະ 24 ສິງຫາ 2021, ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:
1. ບົດລາຍງານສະພາບພົ້ນເດັ່ນເດືອນສິງຫາ ແລະ ແຜນວຽກຈຸດສຸມເດືອນກັນຍາ 2021 ແລະ ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19;
2. ບົດລາຍງານຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບ ດ້ານ ໃນການເປີດນໍາໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ;
3. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ປະຈໍາປີ 2021;


4. ຮ່າງແຜນແມ່ບົດ ສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈິຕອນ;
5. ບົດລາຍງານກ່ຽວກັບການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ;
6. ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025;
7. ບັນດາຮ່າງກົດໝາຍທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີຊັ້ນສູງ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ).

8. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.
ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ມີຈຸດສຸມ, ຮັດກຸມ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ຂ່າວ,ພາບ : ກົມປະຊາສຳພັນສຳນັກງານນາຍົກລັດຖະມົນຕີ