ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພ້ອມຄະນະ ເຂົ້າພົບປະຢ້ຽມຢາມທ່ານ ເຈົ້າແຂວງໆຄຳມ່ວນ

449

ໃນວັນທີ 23 ສິງຫາ 2021 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງຄໍາມ່ວນ ທ່ານ ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມ ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ສົມທົບກັບທີມງານ ອົງການອະນາໄມໂລກ ເພື່ອລົງມາຕິດຕາມ ເຄື່ອນໄຫວ ແລະ ຊຸກຍູ້ ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນ ພະຍາດ ໂຄວິດ 19 ຢູ່ແຂວງຄໍາມ່ວນ ໂດຍໄດ້ເຂົ້າພົບປະ ແລະ ລາຍງານຈຸດປະສົງ ໃນການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ໃຫ້ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ໄດ້ຮັບຮູ້.

ໂອກາດນີ້ ທ່ານຫົວໜ້າກົມໄດ້ ໄດ້ລາຍງານຈຸດປະສົງ ໃນການມາເຄື່ອນໄຫວວຽກງານຄັ້ງນີ້ ກໍ່ເພື່ອເປັນການປະເມີນຜົນຮ້າຍ ຂອງພະຍາດໂຄວິດ 19 ຢູ່ແຂວງຄໍາມ່ວນ ໂດຍມີທີມງານຊ່ຽວຊານຈາກອົງການອະນາໄມໂລກມາຊ່ວຍ ເພື່ອຕິດຕາມຊ່ວຍເຫຼືອແຂວງຄໍາມ່ວນ ໃນການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນປັດຈຸບັນ ແລະ ຈະໄດ້ໃຫ້ການຊ່ວຍເຫຼືອ ດ້ານວິຊາການໃນການຄຸ້ມຄອງ ແລະ ປິ່ນປົວຜູ້ຕິດເຊື້ອ ໃນໄລຍະການລະບາດຂອງພະຍາດສາຍພັນໃໝ່ ທີ່ເກີດຂຶ້ນໃນປັດຈຸບັນ ເພື່ອປ້ອງກັນໃຫ້ຖືກວິທີ.

ພ້ອມນີ້ກໍ່ໄດ້ມາຕິດຕາມການເກັບມ້ຽນ ແລະ ຄຸ້ມຄອງການຈັດເກັບຂີ້ເຫຍື້ອ ຂອງແຕ່ລະສູນກັກກັນ ວ່າມີມາດຕະການຄືແນວໃດ, ສ່ວນເງື່ອນໄຂການອະນຸຍາດໃຫ້ຜູ້ປິ່ນປົວອອກຈາກສູນ ແມ່ນປະຕິບັດ 21 ມື້, ຖ້າບໍ່ມີອາການແມ່ນໃຫ້ອອກໄດ້ ແຕ່ຖ້າມີອາການ ແມ່ນສືບຕໍ່ອີກ 7 ມື້ ລວມເປັນ 28 ມື້ ຈຶ່ງສາມາດກັບເມືອບ້ານຂອງຕົນໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.