ຮຸ່ງອາລຸນ ມາໃໝ່ກັບການເລືຶອກ 2 ຄົນດັງເປັນພຣີເຊັນເຕີ

1400

ຄຣີສຕີນ້າ ມີສຢູນີເວີສ ລາວ ຄູ່ກັບ ບ໋ອບບີ້ ພະເອກມາດເທ່ ໄດ້ເຊັນສັນຍາເປັນພຣີເຊັນເຕີໃຫ້ກັບບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ເພື່ອສານຕໍ່ພາບຫລັກການບໍລິການຂົນສົ່ງດ່ວນຄອງໃຈລູກຄ້າຢ່າງມີຄຸນຄ່າ ແລະ ພາກພູມໃຈໃນຄວາມເປັນລາວ ຂອງບໍລິສັດຄົນລາວແທ້ໆ100% ເຊິ່ງທັງ 2 ທ່ານຖືວ່າເປັນດາລາຄົນດັງລະດັບແຖວໜ້າຂອງວົງການບັນເທີງລາວ.

​      ອາທິດຜ່ານມານີ້ ບໍລິສັດຮຸ່ງອາລຸນຂົນສົ່ງດ່ວນ ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໄດ້ຈັດພິທີເຊັນສັນຍາພຣີເຊັນເຕີ “ຮຸ່ງອາລຸນຂົນສົ່ງດ່ວນ ເປັນກຽດເຂົ້າຮ່ວມມີໂດຍ ທ່ານ ສີສະຫວັນ ມ່າຢົ່ງເຊີນ ປະທານບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ພ້ອມດ້ວຍພັນລະຍາ ທ່ານນາງ ສົມຈິດ ລັດສະໝີ, ຄະນະບໍລິຫານ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ.

ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ໄດ້ເລືອກ 2 ຊຸບເປີສະຕາດັງຂອງລາວຄືສາວ ຄຣີດສະຕີນ້າ ລາຊະສິມມາ ດີກຣີ Miss Universe Laos 2020 ແລະ Miss Laos 2012 ພ້ອມກັບ ໜຸ່ມອັດສະວິນ ເພັດສັງຫານ ທີ່ຮູ້ຈັກກັນດີໃນນາມ Bobby Atxavine ນັກຮ້ອງ, ນັກສະແດງດັງ ດີກຣີ ພະເອກຮູບເງົາຫົງຫາມເຕົ່າ ແລະ ຮູບເງົາວັນຄົບຮອບ.


ໃນງານໄດ້ມີການເຊັນສັນຍາພຣີເຊັນເຕີເພື່ອເປັນໂຕແທນໃນການສົ່ງຕໍ່ທຸກຄວາມຮູ້ສຶກໃນການດູແລຮັບ-ສົ່ງ ໃຫ້ເຖິງມືຜູ້ບໍລິການດ້ວຍຄວາມປະທັບໃຈ ພ້ອມກັນນັ້ນ ທ່ານ ສີສະຫວັນ ມ່າຢົ່ງເຊີນ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ 2 ໂຕແທນຊາຍ-ຍິງ ຜູ້ທີ່ມີຜົນງານໂດດເດັ່ນອັນດັບຕົ້ນໆໃນປະເທດ ແລະ ເວທີສາກົນ ມາເປັນພຣີເຊັນເຕີ ເຊີ່ງຮຸ່ງອາລຸນ ກໍ່ມຸ່ງໝັ້ນ ຕັ້ງໃຈ ທີ່ຈະໃຫ້ການບໍລິການຂົນສົ່ງດ່ວນໃນລາວໄດ້ມາດຕະຖານ ແລະ ຄຸນນະພາບ.

ທັງນີ້ກໍ່ເພື່ອຄວາມເພີ່ງພໍໃຈຂອງຜູ້ໃຊ້ບໍລິການ ໂດຍພະຍາຍາມພັດທະນາຄຸນນະພາບ ລະບົບການຈັດການທີ່ທັນສະໄໝ ແລະ ການໃຫ້ບໍລິການດ້ວຍດີຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ ພາໃຕ້ສະໂລແກນທີ່ວ່າ “ພວກເຮົາໃຫ້ຫຼາຍກວ່າການຂົນສົ່ງ” ຈົນຄອງໃຈຜູ້ໃຊ້ບໍລິການ ດ້ວຍການບໍລິການທີ່ຄວບຄຸມທົ່ວປະເທດ ຫຼາຍກວ່າ 230 ຈຸດບໍລິການ ແລະ ພາຍໃນປີ 2021 ນີ້ ມີແຜນຂະຫຍາຍໃຫ້ໄດ້ເຖິງ 300 ຈຸດບໍລິການ.

ນອກຈາກນັ້ນ ຍັງມີການບໍລິການທີ່ເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຫລາກຫລາຍ ບໍ່ວ່າຈະເປັນ ບໍລິການເກັນເງີນຄ່າຝາກປາຍທາງ (CDC), ລະບົບບໍລິການເກັບເງີນຄ່າສິນຄ້າປາຍທາງ (COD) ແລະ Application ທີ່ທັນສະໄໝ ສາມາດມາດຕິດຕາມສະຖານະພັດສະດຸ, ເອີ້ນຮັບເຄື່ອງຜ່ານແອັບຟຣີໂດຍບໍ່ມີຂັ້ນຕໍ່າ.

ຜ່ານມາ Bobby Atxavine ໄດ້ເປັນພຣີເຊັນເຕີ “ຮຸ່ງອາລຸນຂົນສົ່ງດ່ວນ” ມາ 2 ປີແລ້ວ ແລະ ປີນີ້ພິເສດ ຮຸ່ງອາລຸນໄດ້ຕໍ່ສັນຍາກັບ Bobby Atxavine ແລະ ເຊັນສັນຍາເພີ່ມກັບ ຕຣີສຕີນ້າ ຜູ້ນຳໜ້າຄວາມງາມ ໂດຍທັງສອງຈະ ພຣີເຊັນເຕີຄູ່ກັນ ໃຫ້ກັບການ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ທຸກຄົນຈະຮັບຊົມຜົນງານຂອງທັງສອງຄົນ ໃນການຮ່ວມງານກັນຄັ້ງນີ້ໃນຖານະພຣີເຊັນເຕີຫຼັກຂອງບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ