ອາເຊນອລ ເລີ່ມຕົ້ນໄດ້ຕົກຕໍ່າທີ່ສຸດໃນຮອບ 118 ປີເສຍ 2 ນັດລວດ ແລະ ຍິງປະຕູບໍ່ໄດ້

485
Players take a knee ahead of the kick off during the English Premier League soccer match between Arsenal and Chelsea at the Emirates stadium in London, England, Sunday, Aug. 22, 2021. (AP Photo/Ian Walton)

ອາເຊນອລ ສະໂມສອນໃນພຣີເມຍລີກ ອັງກິດ ຕ້ອງພົບກັບຜົນງານທີ່ຕົກຕໍ່າທີ່ສຸດໃນຮອບ 118 ປີ ຫຼັງຈາກທີ່ເລີ່ມຕົ້ນລະດູການ 2021-2022 ດ້ວຍຜົນງານຕົກຕໍ່າທີ່ສຸດເສຍ 2 ນັດລວດ ແລະ ບໍ່ສາມາດຍິງປະຕູໄດ້ເລີຍ.

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 13 ສິງຫາ 2021 ຄູ່ທໍາອິດ ອາເຊນອລ ບຸກໄປເສຍໃຫ້ກັບ ເບຣນຟອດ ທີມນ້ອງໃໝ່ 0-2 ແລະ ຫຼ້າສຸດເມື່ອວັນທີ 22 ສິງຫາ 2021 ອາເຊນອລ ເສຍຄາບ້ານໃຫ້ກັບ ເຊລຊີ 0-2.

ຈາກຜົນງານ 2 ນັດດັ່ງກ່າວເຮັດໃຫ້ ບໍ່ມີຈັກຄະແນນ ແລະ ຍິງປະຕູໃສ່ຄູ່ແຂ່ງບໍ່ໄດ້ເລີຍ ເຊິ່ງເປັນສະຖິຕິເລີ່ມຕົ້ນລະດູການທີ່ຕົກຕໍ່າທີ່ສຸດຂອງສະໂມສອນ ໃນຮອບ 118 ປີ, ສໍາລັບນັດຕໍ່ໄປ ອາເຊນອລ ມີງານໜັກ ເພາະຕ້ອງບຸກໄປຢາມ ແມນເຊັສເຕີ ຊິຕີ້ ແຊັມເກົ່າ ໃນວັນເສົາທີ 28 ສິງຫາ 2021.
ຮູບຈາກ: AP