ປາກຽວ ຍອມຮັບໝົດທາງສູ້, ຍັງບໍ່ຕອບວ່າຈະອໍາລາວົງການເມື່ອໃດ

1233
Trainer Freddie Roach speaks to Manny Pacquiao, of the Philippines, between rounds against Yordenis Ugas, of Cuba, in a welterweight championship boxing match Saturday, Aug. 21, 2021, in Las Vegas. (AP Photo/John Locher)

ດັ່ງທີ່ເຫັນໄຟທ໌ມວຍຫຼ້າສຸດຂອງ ແມນນີ ປາກຽວ ນັກມວຍຊາວຟິລິບປິນ ຖືກ ຢໍເດນິສ ອູກັສ ນັກມວຍຊາວກຸຍບາ ຄຸມສະຖານະການດ້ວຍແຂນທີ່ຍາວກວ່າ, ໝັດແຢັບຊ້າຍ ແລະ ໝັດຂວາທີ່ສຽບຄົມ ຈົນຄົບ 12 ຍົກກໍາມະການຍົກມືໃຫ້ ອູກັສ ເອົາຊະນະໄປເປັນແບບເອກະພາບກັນ 115-113, 116-112 ແລະ 116-112 ຄວ້າແຊັມໂລກຮຸ່ນເວລເຕີເວດຂອງສະມາຄົມມວຍໂລກ ( WBA ) ເມື່ອວັນທີ 22 ສິງຫາ 2021 ຕາມເວລາໃນບ້ານເຮົາ.

ຫຼັງຈົບການແຂ່ງຂັນ ປາກຽວ ຍອມຮັບວ່າ: “ ມັນແຕກຕ່າງຈາກໄຟທ໌ຫຼ້າສຸດທີ່ພົບກັບ ຄີດ ເທີແມນ ປະມານ 2 ປີກ່ອນ ເພາະຂ້ອຍບໍ່ສາມາດແກ້ທາງມວຍຕັ້ງຮັບ ແລະ ສວນກັບຂອງ ອູກັສ ຕະຫຼອດ 12 ຍົກ ແນ່ນອນມັນເປັນການຊົກທີ່ຍາກລໍາບາກ ສໍາລັບການປັບປ່ຽນແຜນຮັບມືທາງມວຍຂອງລາວ ແລະ ຂ້ອຍຄິດວ່ານັ້ນເປັນບັນຫາຂອງຂ້ອຍທີ່ບໍ່ສາມາດເຮັດໄດ້ ”.

ນອກນັ້ນ, ຍັງມີການຖາມເຖິງໂອກາດທີ່ຈະອໍາລາວົງການມວຍຂອງ ປາກຽວ ໂດຍລາວຕອບວ່າ: ຂ້ອຍຍັງບໍ່ຮູ້ ແລະ ອັນດັບທໍາອິດຂໍໃຫ້ຂ້ອຍໄດ້ພັກຜ່ອນສະບາຍໆກ່ອນ ແລ້ວຄ່ອຍຕັດສິນໃຈວ່າ ຈະມີໄຟທ໌ຕໍ່ໄປ ຫຼື ບໍ?.

ສໍາລັບ ປາກຽວ ອາຍຸ 42 ປີ ເພີ່ມສະຖິຕິຂຶ້ນຊົກທັງໝົດ ຊະນະ 63 ໄຟທ໌ ( ຊະນະ 39 ) ເສຍ 8 ( ເສຍໃໝ່ 1 ) ແລະ ສະເໝີ 2 ໄຟທ໌, ສ່ວນ ອູກາສ ອາຍຸ 35 ປີ ຊົກທັງໝົດ 31 ໄຟທ໌ ຊະນະ 27 ( ຊະນະນ໊ອກ 12ໄຟທ໌ ) ແລະ ເສຍ 4 ໄຟທ໌.

ຮູບຈາກ: AP