ການຄ້າເອເລັກໂຕຣນິກ ຢູ່ ສປປ ລາວ ແມ່ນຍັງຢູ່ໃນຊ່ວງຕົ້ນຂອງການພັດທະນາ, ພື້ນຖານໂຄງລ່າງໃນການສະໜັບສະໜູນການດຳເນີນການຄ້າເອເລັກໂຕຣນິກ ຍັງຕາມຫຼັງຫຼາຍປະເທດ ໂດຍສະເພາະແມ່ນລະບົບ ICT, ລະບົບການການຊຳລະ ແລະ ການຂົນສົ່ງ

1046

ການຄ້າແບບໃໝ່ ຫຼື ຮູ້ກັນດີແມ່ນ ການຄ້າເອເລັກໂຕຣນິກ (ຫລື ອີ ຄອມເມີດ -E Commerce) ໄດ້ມີບົດບາດຫຼາຍ ໃນລະບົບເສດຖະກິດດີຈີຕອນ ແຕ່ຜົນການຄົ້ນຄວ້າຫຍໍ້ດ້ານນະໂຍບາຍການພັດທະນາການຄ້າເອເລັກໂຕຣນິກ ຢູ່ ສປປ ລາວ ພົບວ່າການພັດທະນາການຄ້າເອເລັກໂຕຣນິກຂອງລາວ ແມ່ນຍັງຢູ່ໃນຊ່ວງຕົ້ນຂອງການພັດທະນາ, ພື້ນຖານໂຄງລ່າງໃນການສະໜັບສະໜູນການດຳເນີນການຄ້າເອເລັກໂຕຣນິກ ຍັງຕາມຫຼັງຫຼາຍປະເທດ ໂດຍສະເພາະແມ່ນລະບົບ ICT, ລະບົບການການຊຳລະ ແລະ ການຂົນສົ່ງ.

ໃນບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການພັດທະນາການຄ້າເອເລັກໂຕຣນິກ ຢູ່ ສປປ ລາວ ຂອງທ່ານ ປອ ຈັນຜາສຸກ ວິດາວົງ ຮ່ວມກັບ ພະແນກຄົ້ນຄວ້ານະໂຍບາຍການຄ້າ ສະຖາບັນຄົ້ນຄວ້າເສດຖະກິດ ການຄ້າ ກະຊວງອຸສາກະກຳແລະການຄ້າ ໄດ້ຍົກໃຫ້ເຫັນປັດໄຈສໍາຄັນຕໍ່ກັບການພັດທະນາການຄ້າເອເລັກໂຕຣນິກ ເຊິ່ງມີ4 ປັດໄຈສຳຄັນດັ່ງນີ້:

1. ພື້ນຖານໂຄງລ່າງທຸລະກິດເອເລັກໂຕຣນິກ (E-Business infrastructure)
ປັດໄຈຕ່າງໆ ທີ່ເປັນພື້ນຖານສຳລັບການຄ້າຂາຍ ຜ່ານລະບົບເອເລັກໂຕຣນິກ ມັນມີຄວາມຈຳເປັນຕ້ອງມີລະບົບ ICT ທີ່ຮອງຮັບໃຫ້ເທົ່າທຽມ ຫຼື ໃກ້ຄຽງກັບສາກົນ, ອິນເຕີເນັດຕ້ອງມີຄວາມໄວສູງ ແລະ ສະຖຽນ, ປະຊາກອນຕ້ອງເຂົ້າເຖິງ ແລະ ຮູ້ຈັກການນຳໃຊ້ໂທລະສັບທີ່ສາມາດຮອງຮັບລະບົບດີຈີຕອນ(Digital) ໄດ້ຫຼາຍຂຶ້ນ ແຕ່ເມື່ອທຽບຕົວຊີ້ວັດເຫຼົ່ານັ້ນກັບບັນດາປະເທດອາຊຽນ ເຫັນວ່າ ສປປ ລາວ ຍັງຢູ່ໃນລະດັບການພັດທະນາທີ່ຕໍ່າກວ່າຫຼາຍປະເທດ

2. ການປົກປ້ອງຂໍ້ມູນ
ຮອດປັດຈຸບັນ ສປປ ລາວ ມີນິຕິກຳທີ່ກ່ຽວຂ້ອງກັບການປົກປ້ອງຂໍ້ມູນພາຍໃນປະເທດ ທີ່ໄດ້ຖືກຮອງຮັບແລ້ວເຊັ່ນ: ກົດໝາຍວ່າດ້ວຍອາຊະຍາກຳທາງອິນເຕີເນັດ, ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ; ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ, ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ; ກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານ. ກົດໝາຍເຫຼົ່ານີ້ແມ່ນເປັນ ເຄື່ອງມືພື້ນຖານສຳລັບການຄຸ້ມຄອງຂໍ້ມູນດິຈີຕອນ ທີ່ປີ່ນອ້ອມການຄ້າເອເລັກໂຕຣນິກ ເພື່ອຮັບປະກັນຄວາມເຊື່ອໝັ້ນ ລະຫວ່າງຜູ້ຊື້ ແລະຜູ້ຂາຍ, ສ້າງສະພາບແວດລ້ອມທີ່ດີໃຫ້ ແກ່ທຸລະກິດ ແລະ ຄວາມເປັນທຳ.
ເພື່ອເຮັດໃຫ້ການປົກປ້ອງຂໍ້ມູນ ລະ ຫວ່າງ ຜູ້ເຮັດທຸລະກຳການຄ້າເອເລັກໂຕຣນິກ ຕ່າງໆມີປະສິດທິຜົນນັ້ນ ການສ້າງຄວາມເຂົ້າໃຈ ແລະ ຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການປົກປ້ອງຂໍ້ມູນ ແມ່ນມີຄວາມສຳຄັນຫຼາຍ ໂດຍຜ່ານການຈັດຕັ້ງ ໃນຮູບແບບການເຜີຍແຜ່ຂໍ້ມູນດ້ານນິຕິກຳ, ການຝຶກອົບຮົມ, ຈັດຕັ້ງເວທີການປຶກສາຫາລືລະຫວ່າງພາກທຸລະກິດ ແລະ ພາກລັດຖະບານ.

3.ການຊໍາລະເງິນທາງເອເລັກໂຕຣນິກ (E-payment)
ໃນປັດຈຸບັນ ຢູ່ ສປປ ລາວ ລະບົບນິເວດຂອງການຈ່າຍເງິນທາງເອເລັກໂຕຣນິກ (EDP) ໃນເບື້ອງການສະໜອງ (ສະຖາບັນການເງິນ-ການທະນາຄານ) ແມ່ນໂດດເດັ່ນ ແລະ ຖືກພັດທະນາໄວ. ໃນທາງກົງກັນຂ້າມ ເບື້ອງຜູ້ຊົມໃຊ້ ເຊັ່ນ: ຜູ້ປະກອບການ ແລະ ຜູ້ບໍລິໂພກສິນຄ້າ ແລະ ບໍລິການ ຍັງນໍາໃຊ້ລະບົບການຊຳລະແບບເກົ່າ (ຈ່າຍເງິນສົດ) ແລະ ຍັງຂາດພື້ນຖານໂຄງລ່າງທີ່ສະໜັບສະໜູນ. ເພາະການພັດທະນາລະບົບການຈ່າຍເງິນຜ່ານລະບົບ Online ແມ່ນຢູ່ໃນຈັງຫວະການຂະຫຍາຍຕົວຊ້າເມື່ອທຽບກັບສະພາບການຄ້າຂາຍຜ່ານລະບົບ Online ໃນປັດຈຸບັນ.
ຍັງສັງເກດເຫັນວ່າການຈ່າຍເງິນລ່ວງໜ້າບໍ່ຄ່ອຍຈະເກີດຂື້ນ, ແບບ (Platform) ການຄ້າທາງອີເລັກໂຕຣນິກໃນລາວສ່ວນໃຫຍ່ແມ່ນເຮັດໜ້າທີ່ໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນ ຫຼື ການບໍລິການ, ການໂຄສະນາ ແລະ ວິທີການຈັດສົ່ງ. ຮູບແບບການຈ່າຍເງິນແບບເອເລັກໂຕຣນິກສາມາດຈ່າຍຜ່ານທາງເລືອກບັດເຄຣດິດ/ບັດວີຊາແມ່ນຍັງມີຈຳກັດ. ຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄວາມຮັບຮູ້ຂອງທຸລະກິດກ່ຽວກັບການນຳໃຊ້ການຈ່າຍເງິນດິຈິຕອນແມ່ນຍັງບໍ່ຫຼາຍ. ນອກນັ້ນ, ຄ່າທຳນຽມ ແລະ ຄ່າບໍລິການແມ່ນສູງຖ້າທຽບໃສ່ບາງປະເທດໃນພາກພື້ນ (Chen, 2020).
ການເຮັດທຸລະກຳລະຫວ່າງບັນດາທະນາຄານ ຫຼື ສະຖາບັນການເງິນຍັງບໍ່ມີຄວາມຫຼາກຫຼາຍ. ຮູບແບບການຊຳລະທີ່ມີຄວາມປອດໄພທີ່ສູງ ຍັງບໍ່ໄດ້ຖືກນຳໃຊ້ຢ່າງກວ້າງ ຂວາງເຊັ່ນ: ບັດເຄຣດິດ, ບັດເດບິດ ແລະ ອື່ນໆ. ອີງຕາມຖານຂໍ້ມູນຂອງທະນາຄານໂລກ (2020) ຍັງສະແດງໃຫ້ເຫັນວ່າມີພຽງ 1% ແລະ 13% ຂອງປະຊາກອນລາວທີ່ມີອາຍຸ 15 ຂື້ນໄປ ມີບັດເຄຣດິດ ແລະ ບັດເດບິດ ເປັນຂອງຕົນເອງຕາມລຳດັບ. ໝາຍຄວາມວ່າສັງຄົມຍັງນິຍົມໃຊ້ວິທີການຊຳລະເງິນແມ່ນໃຊ້ເງິນສົດ ຫຼື ເຮັດທຸລະກຳແບບງ່າຍດາຍຜ່ານໂທລະສັບມືຖື ແລະ ຕູ້ ATM.

4.ດ້ານລະບຽບການ
ລະບຽບການສະໜັບສະໜູນບາງອັນຍັງໃໝ່ ແລະ ຍັງບໍ່ສາມາດເວົ້າໄດ້ວ່າບັນດາຫົວໜ່ວຍທຸລະກິດຈະເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ; ໂດຍສະເພາະແມ່ນດຳລັດວ່າດ້ວຍການຄ້າເອເລັກໂຕຣນິກ ທີ່ໄດ້ປະກາດໃຊ້ໃນ ປີ 2021 ແລະ ນິຕິກຳອື່ນໆ ທີ່ປີ່ນອ້ອມ ດັ່ງໄດ້ກ່າວມາຂ້າງເທິງ. ນອກຈາກນັ້ນ ຍັງສັງເກດເຫັນວ່າມີບາງນິຕິກຳທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ສົ່ງເສີມການຄ້າເອເລັກໂຕຣນິກຂອງລາວ ໄດ້ພັດທະນາຊ້າກວ່າປະເທດໃນອາຊຽນໃໝ່.ໃນຂະນະດຽວກັນຫຼາຍປະເທດອາຊຽນເກົ່າ ແມ່ນໄດ້ສຳເລັດການຍົກລະດັບຈາກດຳລັດເປັນ ກົດໝາຍວ່າດ້ວຍການຄ້າເອເລັກໂຕຣນິກ ລວມມີ: ສິງກະໂປ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ (Chen & Kimura, 2020).

ການສຶກສາຄັ້ງນີ້ຍັງຊີ້ໃຫ້ເຫັນວ່າ ນອກຈາກບັນຫາພື້ນຖານໂຄງລ່າງ ແລະ ນິຕິກຳຄຸ້ມຄອງ ແລະ ສົ່ງເສີມຈຳກັດແລ້ວ ບັນຫາດ້ານຊັບພະຍາກອນມະນຸດ ກໍເປັນບັນຫາທີ່ສຳຄັນຕັດສິນເຊັນກັນ. ບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດນຳໃຊ້ລະບົບດີຈີຕອນທັງຂົງເຂດການຄຸ້ມຄອງມະຫາພາກ ແລະ ໃນຂົງເຂດທຸລະກິດ ແມ່ນຂໍກຸນແຈທີ່ສຳຄັນເພື່ອຮັບປະກັນໃຫ້ປະເທດໄດ້ຮັບຜົນປະໂຫຍດສູງສຸດຈາກການປ່ຽນແປງລະບົບການພົວພັນດ້ານເສດຖະກິດ-ການຄ້າ ໃນຍຸກເສດຖະກິດອຸດສາຫະກຳ 4.0 ທີ່ຍັງດຳເນີນໃນປັດຈຸບັນ ເຊິງເຫັນວ່າພວກເຮົາຍັງມີຈຳກັດ (ຈາກຜົນຂອງການສຶກສາ, ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9, ແລະ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ, 2021-2025).

ສະຫຼຸບລວມແລ້ວ ການພັດທະນາການຄ້າເອເລັກໂຕຣນິກຂອງລາວ ແມ່ນຍັງຢູ່ໃນຊ່ວງຕົ້ນຂອງການພັດທະນາ, ໃນມູນມອງຂອງນັກຄົ້ນຄວ້າແລ້ວເຫັນວ່າຫົວໜ່ວຍທຸລະກິດຈະໄປໄວກວ່ານິຕິກຳຄຸ້ມຄອງ ແລະສົ່ງເສີມ ບາດກ້າວໜຶ່ງ. ເມື່ອທຽບກັບບັນດາປະເທດໃກ້ຄຽງແລ້ວ ພື້ນຖານໂຄງລາງໃນການສະໜັບສະໜູນການດຳເນີນການຄ້າເອເລັກໂຕຣນິກ ແມ່ນເຫັນວ່າ ສປປ ລາວ ຍັງຕາມຫຼັງຫຼາຍປະເທດ ໂດຍສະເພາະແມ່ນລະບົບ ICT, ໂລຊີດຕິກ (Logistics), ລະບົບການການຊຳລະ ແລະ ການຂົນສົ່ງ. ຮູບແບບຂອງການຄ້າຂາຍກໍ່ຍັງຈຳກັດ. ສິ່ງທີ່ຄວນເອົາໃຈໃສ່ຄື:

1). ເລັ່ງຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍການຄ້າເອເລັກໂຕຣນິກໃຫ້ກ້ວາງຂວາງ ແລະ ທົ່ວເຖິງໃນສັງຄົມ;
2). ທຸລະກິດຄ້າຂາຍອອນລາຍຕ້ອງຫັນເຂົ້າສູ່ລະບົບຕາມລະບຽບການ ເພື່ອຮັບປະກັນການຄ້າທີ່ເປັນທຳ ແລະ ການປະກອບພັນທະໃຫ້ແກ່ພາກລັດໄດ້ຢ່າງມີປະສິດທິພາບ;
3). ສົ່ງເສີມ ແລະ ພັດທະນາພື້ນ ຖານໂຄງລ່າງທາງທຸລະກິດ ໃຫ້ແທດເໝາະກັບສະພາບການພັດທະນາຂອງທຸລະກິດ ພ້ອມທັງຮັບປະກັນການພັດທະນາຊັບພະຍາກອນມະນຸດໄປຄວບຄູ່ກັນ;

4). ການກຽມຄວາມພ້ອມຂອງໜ່ວຍງານປົກປ້ອງຜູ້ບໍລິໂພກ ແລະ ຕິດຕາມກວດກາການແຂ່ງຂັນທາງດ້ານການຄ້າທີ່ເປັນທຳ;
5). ອໍານວຍຄວາມສະດວກທາງດ້ານການຄ້າຜ່ານແດນ ຈາກກິດຈະກຳທາງການຄ້າເອເລັກໂຕຣນິກລະຫວ່າງປະເທດ ທີ່ນັບມື້ນັບເພີ່ມຂຶ້ນພ້ອມທັງຮັບປະ ກັນຄວາມປອດໄພທີ່ມີລະບົບກວດສອບສິນຄ້າເຂົ້າ-ອອກທີ່ທັນສະໄໝ.