ຈັດກິດຈະກຳສົ່ງເສີມໂຄງການ ອາຫານທະເລ ສະອາດ, ສົດ, ປອດໄພ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ ໂດຍບໍ່ມີການປົນເປື້ອນ Covid-19

0
1010

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຣາຊະອານາຈັກໄທ ທີ່ນະຄອນຫຼວງວຽງຈັນ ຮ່ວມກັບຕະຫຼາດບຶງທາດຫຼວງ ໄດ້ຈັດກິດຈະກຳປະຊາສຳພັນ ຄວາມປອດໄພຂອງການບໍລິໂພກອາຫານທະເລ ບໍ່ມີການປົນເປື້ອນ Covid-19 ລະຫວ່າງວັນທີ 20-22 ສິງຫາ 2021 ທີ່ຕະຫຼາດບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມມີທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດຣາຊະອານາຈັກ ໄທ ປະຈໍາ ສປປລາວ, ທ່ານ ພອນປະເສີດ ອີນທະສອນ ປະທານກຸ່ມບໍລິສັດ 3S ຜູ້ສໍາປະທານຕະຫລາດ ບຶງທາດຫລວງ ໂດຍມີພາກລັດ-ທຸລະກິດເຂົ້າຮ່ວມ ເພື່ອສົ່ງເສີມການບໍລິໂພກ ອາຫານທະເລ ຢ່າງປອດໄພ, ສະອາດ, ສົດ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ ເຖິງຄວາມປອດໄພຂອງອາຫານທະເລ ຕັ້ງແຕ່ແຫຼ່ງທີ່ມາຈົນເຖິງຂະບວນການເກັບຮັກສາ ແລະ ຂົນສົ່ງ

ການຈັດກິດຈະກຳຄັ້ງນີ້ ເປັນການຈັດກິດຈະກຳເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງ ທ່ານ ຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງພານິດ ທີ່ຕ້ອງການສົ່ງເສີມໃຫ້ເກີດການຮ່ວມມືລະຫວ່າງ 2 ປະເທດໃນດ້ານຄວາມປອດໄພຂອງຜູ້ບໍລິໂພກ ອາຫານທະເລ ແລະ ປະຊາສຳພັນພາບລັກອາຫານທະເລໄທ ປອດໄພຈາກໂຄວິດ-19 ໃຫ້ຜູ້ບໍລິໂພກຮັບຮູ້ເຖິງມາດຕະການ ແລະ ມາດຕະຖານຂອງການນຳເຂົ້າ ແລະ ສົ່ງອອກອາຫານທະເລ ພາຍໃຕ້ແຄມເປນ Thailand Delivers with Safety


ທ່ານ ເຈດສະດາ ກະຕະເວທິນ ກ່າວວ່າ: ງານດັ່ງກ່າວນອກຈາກນໍາສະເໜີອາຫານທະເລສົດແລ້ວ ຍັງເປັນການປະຊາສໍາພັນຂັ້ນຕອນການຜະລິດ ຈົນຮອດການສົ່ງອອກອາຫານທະເລຂອງປະເທດໄທ ທີ່ໄດ້ມາດຕະຖານ ສາກົນ.


ທ່ານ ພອນປະເສີດ ອິນທະສອນ ກ່າວວ່າ: ການຈັດງານດັ່ງກ່າວ ເພື່ອສົ່ງເສີມໃຫ້ຜູ້ປະກອບການໄດ້ນໍາສິນຄ້າອາຫານທະເລມາວາງຈໍາຫນ່າຍ ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ມີໂອກາດເຂົ້າເຖິງອາຫານທະເລສົດ,ດີ,ລາຄາຖືກຢູ່ໃນຈຸດດຽວ ຢູ່ພາຍໃນຕະຫລາດບຶງທາດຫລວງ

LEAVE A REPLY

Please enter your comment!
Please enter your name here