ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ. ເກົາຫຼີ ຫຼື EDCF ມີແຜນອານຸມັດ 2 ໂຄງການທ້າຍປີ 2021

1027

ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ. ເກົາຫຼີ ຫຼື EDCF ປະຈໍາ ສປປ ລາວ ນໍາໂດຍທ່ານ ລີ ດອງກອນ (Lee Dong–Geon) ຜູ້ຕາງໜ້າກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ. ເກົາຫຼີ ປະຈໍາ ສປປ ລາວ ໄດ້ເຂົ້າຢຽມຂໍ່ານັບທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ  ໃນວັນທີ 17 ສິງຫາ 2021 ຜ່ານມານີ້ ທີ່ກະຊວງການເງິນ ເພື່ອຂໍທິດຊີ້ນໍາເພີ່ມເຕີມກ່ຽວກັບ ໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນຂອງ ສປປ ລາວ (TaxRIS) ໃນໄລຍະ 2, ຊຶ່ງເປັນໂຄງການບຸລິມະສິດທີ່ຈະນໍາໃຊ້ທຶນກູ້ຢືມເງື່ອນໄຂຜ່ອນຜັນຈາກ EDCF ໄລຍະປີ 2020–2023.

ໂອກາດນີ້, ທ່ານ ລີ ດອງກອນ ໃຫ້ຮູ້ວ່າ: ທາງກອງທຶນ EDCF ໄດ້ມີແຜນອະນຸມັດ 2 ໂຄງການໃນທ້າຍປີ 2021 ນີ້ຄື: ໂຄງການຕາຝັ່ງເຈື່ອນຂອງແຂວງຈຳປາສັກ ແລະ ໂຄງການ TaxRis ໄລຍະ 2 ຊຶ່ງໜ່ວຍງານຮັບຜິດຊອບໃນການຈັດຕັ້ງປະຕິບັດກໍ່ຄືກົມສ່ວຍສາອາກອນ. ສະນັ້ນ, ທາງກອງທຶນໄດ້ສະເໜີລັດຖະມົນຕີກະຊວງການເງິນ, ເພື່ອພິຈາລະນາແຕ່ງຕັ້ງໜ່ວຍງານປະສານງານສຳລັບໂຄງການນີ້.

ສໍາລັບການກະກຽມໂຄງການ TaxRis ໄລຍະ 2 ຈະສຸມໃສ່ບັນດາໜ້າວຽກຫຼັກໆເປັນຕົ້ນ: ການພັດທະນາການບໍລິຫານຜ່ານລະບົບ TaxRIS ໃຫ້ສອດຄ່ອງກັບບັນດາກົດໝາຍ, ນິຕິກໍາສ່ວຍສາອາກອນທີໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່, ການພັດທະນາລະບົບຂໍ້ມູນຂ່າວສານເຕັກໂນໂລຊີ (ICT) ຂອງ TaxRIS, ການຝຶກອົບຮົມບຸກຄະລາກອນ, ການບໍາລຸງຮັກສາ ແລະ ຄະນະເຮັດວຽກປະເມີນໂຄງການທີ່ຈະເດີນທາງມາຈາກສ. ເກົາຫຼີຄາດວ່າຈະມາເຖິງສປປລາວ ໃນເດືອນຕຸລາ 2021 ແລະ ການແຕ່ງຕັ້ງຄະນະຊີ້ນໍາວຽກງານຂອງກະຊວງການເງິນໃນໂຄງການດັ່ງກ່າວ,ລວມເຖິງຄວາມຄືບໜ້າການກະກຽມໂຄງການບຸລິມະສິດອື່ນໆທີ່ຈະນໍາໃຊ້ທຶນກູ້ຢືມເງື່ອນໄຂຜ່ອນຜັນຈາກ EDCF ໄລຍະປີ 2020-2023.

ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ສະແດງການຕ້ອນຮັບ ແລະ ໄດ້ມີຄໍາເຫັນໃນການແຕ່ງຕັ້ງຄະນະຊີ້ນໍາໂຄງການດັ່ງກ່າວ ແລະ ພ້ອມທີ່ຈະຕ້ອນຮັບຄະນະເຮັດວຽກຈາກສ. ເກົາຫຼີ ໃນການມາປະເມີນກະກຽມໂຄງການ, ພ້ອມນັ້ນໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການຫັນການເກັບລາຍຮັບສ່ວຍສາອາກອນເປັນທັນສະໄໝ ແລະ ສາມາດເຊື່ອມຕໍ່ກັບລະບົບຄຸ້ມຄອງແບບທັນສະໄໝອື່ນໆຂອງລັດ, ຫວັງວ່າລະບົບດັ່ງກ່າວຈະສາມາດຈັດຕັ້ງປະຕິບັດ ແລະ ສໍາເລັດໂດຍໄວ, ເພາະຖືເປັນໜຶ່ງໃນວຽກງານໃຈກາງການຫັນທັນສະໄໝຂອງຂະແໜງການເງິນ ແລະ ການພັດທະນາເສດຖະກິດແຫ່ງຊາດ.

ໂຄງການ TaxRIS ໄລຍະ 1 ປະກອບມີການກໍ່ສ້າງຕຶກໃໝຂອງກົມສ່ວຍສາອາກອນ, ລະບົບຖານຂໍ້ມູນ TaxRIS ຕິດຕັ້ງຢູ່ຕຶກໃໝ່ ແລະ ຖານຂໍ້ມູນສໍາຮອງຢູ່ແຂວງວຽງຈັນ, ພ້ອມກັບການກໍ່ສ້າງທາງເຂົ້າຕຶກໃໝ່-ທາງເຊື່ອມຕໍ່ຫາກະຊວງການເງິນສໍາເລັດເປີດນໍາໃຊ້ຕຶກໃໝ່ ແລະ ລະບົບ TaxRIS ໃນທ້າຍປີ 2018.

ທີ່ມາ: ກະຊວງການເງິນ