ສຸດມັນ! ອູກັສ ໃຊ້ໝັດແຢັບສຽບຄົມກວ່າເອົາຊະນະຄະແນນ ປາກຽວ, ສະພາບມີຮອຍແຕກທັງຄູ່

1224
Manny Pacquiao, right, of the Philippines, is hit by Yordenis Ugas, of Cuba, in a welterweight championship boxing match Saturday, Aug. 21, 2021, in Las Vegas. (AP Photo/John Locher)

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ຂຶ້ນຊົກຊີງສາຍແອວແຊັມໂລກ ຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ ( WBA ) ກັບຄືນ ພົບກັບ ຢໍເດນິສ ອູກາສ ນັກມວຍຊາວກຸຍບາ ທີ່ສະໜາມທີ ໂມບາຍ ອາຣີນາ ສະຫະລັດອາເມຣິກາ ໃນວັນທີ 22 ສິງຫາ 2021 ຕາມເວລາໃນບ້ານເຮົາ ເວລາ 11:00 ໂມງຄູ່ນີ້ເລີ່ມຂຶ້ນຢ່າງເປັນທາງການ

ປາກົດວ່າ: ຈຸດສໍາຄັນຢູ່ທີ່ ອູກັສ ອາໄສຊ່ວງຊົກກໍຄືແຂນຍາວກວ່າ ແລະ ຮູບຮ່າງໃຫຍ່ກວ່າ ສາມາດອອກໝັດແຢັບໄດ້ສຽບຄົມໃນຫຼາຍຍົກໆເຂົ້າໜ້າ ປາກຽວ ຫຼາຍຄັ້ງ, ສ່ວນ ປາກຽວ ກໍສາມາດອອກໝັດຊຸດໄດ້ຫຼາຍຂຶ້ນໃນຍົກທີ 4 ຈົນເຖິງຍົກທີ 10 ປາກຽວ ຮູ້ຕົວວ່າເປັນຮອງ ຕ້ອງເປັນຝ່າຍເດີນໜ້າບຸກ, ແຕ່ຮອດຍົກທີ 12 ອູກັສ ແຮງຍັງດີກວ່າສາມາດດັກທາງຂອງ ປາກຽວ ໄດ້ດີກວ່າ ກ່ອນຈະຄົບ 12 ຍົກບໍ່ມີນ໊ອກເກີດຂຶ້ນ ແລະ ສະພາບທັງສອງມີແຜແຕກເລັກໜ້ອຍທີ່ໜ້າຄືກັນ

ຄົບ 12 ຍົກຜົນການໃຫ້ຄະແນນເປັນ ຢູດານິສ ອູກັສ ເອົາຊະນະຄະແນນ ແມນນີ ປາກຽວ ໄປແບບເອກະພາບ 115-113, 116-112 ແລະ 116-112 ປ້ອງກັນສາຍແອວແຊັມໂລກຮຸ່ນ ເວລເຕີເວດຂອງສະມາຄົມມວຍໂລກ ( WBA ) ເອົາໄວ້ໄດ້ສໍາເລັດ.

ສໍາລັບ ປາກຽວ: ອາຍຸ 42 ປີ ເພີ່ມສະຖິຕິຂຶ້ນຊົກທັງໝົດມາແລ້ວ ຊະນະ 63 ໄຟທ໌ ( ຊະນະນ໊ອກ 39 ) ເສຍ 8 ( ເສຍໃໝ່ 1 ) ແລະ ສະເໝີ 2 ໄຟທ໌, ສ່ວນ ອູກາສ ອາຍຸ 35 ປີ ຊົກທັງໝົດ 31 ໄຟທ໌ ຊະນະ 27 ( ຊະນະນ໊ອກ 12 ) ໄຟທ໌ ແລະ ເສຍ 4 ໄຟທ໌
ຮູບຈາກ: AP