ໝູກ້ອນຈືນກະທຽມ ພິກໄທໃສ່ເສັ້ນລ້ອນ ແຊບຈົນຢຸດບໍ່ໄດ້

600

ເມນູອາຫານມື້ນີ້ ຜູ້ຂຽນນຳສະເໜີໝູຈືນງ່າຍໆມາຝາກທຸກຄົນ ເຊິ່ງເປັນໝູກ້ອນຈືນກະທຽມພິກໄທ ໃສ່ເສັ້ນລ້ອນເພີ່ມຄວາມນຸ້ມເດັ້ງ ມາພ້ອມເຕັກນິກຈືນແລ້ວບໍ່ແຕກ ເປັນກ້ອນງາມ ແລະ ນຸ້ມຊຸ່ມນ້ຳ.

May be an image of food and indoor

ສ່ວນປະສົມໝູກ້ອນຈືນກະທຽມພິກໄທ

ໝູສັບ 300 ກຣາມ

ກະທຽມ, ພິກໄທ 1 ບ່ວງແກງ

ນ້ຳມັນຫອຍ 1 ບ່ວງແກງ

ຊັອດປຸງລົດຊາດ 1 ບ່ວງແກງ

ສະອິວຂາວ 1 ບ່ວງແກງ

ນ້ຳຕານ 1 ບ່ວງຊາ

ນ້ຳມັນພືດ 1 ບ່ວງແກງ

ໄຂ່ 1 ໜ່ວຍ

ກະຣົດສັບ 2 ບ່ວງແກງ

ເສັ້ນລ້ອນ 3 ບ່ວງແກງ

ແປ້ງຈືນກອບ 2 – 3 ບ່ວງແກງ

May be an image of food

ວິທີປຸງແຕ່ງ

1 ມາເລີ່ມຕົ້ມດ້ວຍການເອືອບໝູສັບໃຫ້ຫອມແຊບດ້ວຍກະທຽມ, ພິກໄທ ແລະ ຮາກຫອມປ້ອມ.

2 ຕາມດ້ວຍເຄື່ອງປຸງຕາມສູດ.

3 ເຄັດລັບໝູນຸ້ມຊຸ່ມນ້ຳແຊບ ໃສ່ນ້ຳມັນລົງໄປ.

4 ໃສ່ໄຂ່, ກະຣົດ ແລະ ເສັ້ນລ້ອນ ປະສົມທຸກຢ່າງໃຫ້ເຂົ້າກັນ.

5 ໃສ່ແປ້ງຈືນກອບລົງໄປ ເພື່ອເຮັດໃຫ້ໝູຈືນກອບນອກນຸ້ມ ໃນແຊບ.

6 ປັ້ນໝູສັບເປັນກ້ອນມົນໆ ສູດນີ້ຈະໄດ້ປະລິມານ 12 – 15 ອັນ ແລ້ວແຕ່ຂະໜາດທີ່ມັກ.

7 ເອົາໄປຈືນຈົນສີເຫຼືອງງາມ ກອບ ແຊບ.

May be an image of food

ພ້ອມເສີບຄວາມແຊບ ແບບເດັ້ງໆ ກອບນອກນຸ້ມໃນ ຮັບຮອງວ່າຖືກປາກທຸກຄົນແນ່ນອນ.

ທີ່ມາ: https://cooking.kapook.com/view245199.html