ວິທະຍາຄານເສນາຮັກ ກອງທັບຫວຽດນາມ ຈັດສົ່ງກຳລັງແພດ ລົງຊ່ວຍນະຄອນໂຮ່ຈີມິນ ຄວບຄຸມໂຄວິດ-19

637

ຕາມຂ່າວຈາກVOVຂອງຫວຽດນາມໃຫ້ຮູ້ວ່າ: ມາຮອດຕອນບ່າຍວັນທີ21 ສິງຫາ 2021  ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 336.707 ຄົນ ໃນນີ້ປິ່ນປົວຫາຍດີ 140.087ຄົນ.

ໂດຍນັບແຕ່ເມື່ອເກີດພະຍາດໂຄວິດ-19 ມາຮອດປະຈຸບັນ ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລວມທັງໝົດ 336.707 ຄົນ, ປິ່ນປົວດີ 140.087 ຄົນ. ຈຳນວນຜູ້ເສຍຊີວິດ ໄລ່ຮອດວັນທີ 20 ສິງຫາ ແມ່ນ 7.540 ຄົນ. ຈຳນວນການສັກວັກຊີນແມ່ນ 16.494.665 ໂດສ, ໃນນັ້ນຜູ້ສັກເຂັມທີ 2 ແມ່ນ1.707.066 ໂດສ.

ກ່ອນໜ້ານີ້ທີ່ການປະຊຸມທາງໄກ ກັບຄະນະຊີ້ນຳ ການປ້ອງກັນຕ້ານໂຄວິດ – 19 ນະຄອນໂຮ່ຈີມິນ ທີ່ໄດ້ດຳເນີນຕອນບ່າຍວັນທີ 20 ສິງຫາ, ໜ່ວຍປະຕິບັດງານພິເສດຂອງທ່ານນາຍົກລັດຖະມົນຕີ ໄດ້ປຶກສາຫາລືກ່ຽວກັບວິທີການຈັດຕັ້ງເພີ່ມເຕີມກຳລັງຄວບຄຸມປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ.

ຫຼ້າສຸດໃນຕອນເຊົ້າວັນທີ 21 ສິງຫາ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ຈັດພິທີສົ່ງແພດເດີນທາງເພີ່ມທະວີກຳລັງປ້ອງກັນ, ຕ້ານໂຄວິດ-19 ໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນ ທາງພາກໃຕ້.