ແກ້ໄຂບັນຫາໝໍ້ນັບໄຟທີ່ຜິດປົກກະຕິ ໃນຫຼາຍບ້ານຂອງເມືອງໄຊທານີ

415

ຄ່າໄຟຟ້າເຖິງຈະບໍ່ຫຼວງຫຼາຍຖ້າທຽບໃສ່ຄ່າໃຊ້ຈ່າຍອື່ນໆ ແຕ່ກໍ່ເປັນທີ່ຕິດອົກຕິດໃຈ ແລະເປັນບັນຫາທີ່ຮ້ອນແຮງໃນສັງຄົມ ຖືວ່າມີຫາງສຽງຈາກສັງຄົມໃນຈຳນວນຫຼາຍພໍສົມຄວນສ່ວນໃຫຍ່ແມ່ນມີຂໍ້ຄິດເຫັນຕໍ່ເລື່ອງລາຄາ ປະມານວ່າບໍ່ໄດ້ໃຊ້ເຄື່ອງໄຟຟ້າຫຼາຍຄ່າໄຟຄືແພງແທ້ ເພື່ອແກ້ໄຂບັນຫາທັງໝົດ ໄຟຟ້ານະຄອນຫລວງໄລຍະນີ້ແມ່ນໄດ້ອອກກວດກາບັນດາໝໍ້ນັບໄຟໃຫ້ປະຊາຊົນຈຳນວນຫຼາຍໆບ້ານ.


ດັ່ງນັ້ນ ວັນທີ 19 ສິງຫາ 2021, ທ່ານ ໂພໄຊ ພົມມະທໍາ ຫົວໜ້າສາຂາໄຟຟ້າລາວນະຄອນຫຼວງ 2 ໄດ້ນໍາພາພະນັກງານວິຊາການ 9 ທີມ 18ຄົນ ສໍາຮອງ ອີກ 6 ຄົນເຄື່ອນໄຫວກວດໝໍ້ນັບໄຟເປັນໜ້າກະດານຂອງໂຄງການ PGI ທີ່ຈັດຕັ້ງປະ ຕິບັດຢູ່ສູນບໍລິການໄຟຟ້າເມືອງໄຊທານີ ນະຄອນຫຼວງວຽງຈັນ, ການລົງກວດໝໍ້ນັບໄຟໃນຄັ້ງນີ້ຕາມແຜນ ການແມ່ນເລີ່ມປະຕິບັດ ໃນລະຫວ່າງວັນທີ 19-27 ສິງຫາ 2021.


ບ້ານທີ່ເຄື່ອນໄຫວກວດກາ ປະກອບມີ 84 ປ້ອມໝໍ້ແປງ ລວມມີ ໝໍ້ນັບໄຟທັງໝົດ 14.163 ໜ່ວຍ ໂດຍການເລີ່ມຈາກ ບ້ານ ດອນໜູນ, ບ້ານ ສະພັງມືກ, ບ້ານ ຊ້າງຄູ້, ບ້ານ ພະຂາວ, ບ້ານ ໄຊສະຫວ່າງ, ບ້ານ ດອນຕິ້ວ, ບ້ານ ດົງໂດກ, ບ້ານ ຄຳຮຸ່ງ ແລະ ບ້ານ ສີວິໄລ.


ຈຸດປະສົງເພື່ອເກັບກໍາຂໍ້ມູນໝໍ້ນັບໄຟ, ແກ້ໄຂບັນຫາຂໍ້ຂ້ອງໃຈຂອງລູກຄ້າທີ່ມີ ຄ່າໄຟແພງຍ້ອນການສະສົມພະລັງງານຫຼາຍເດືອນ, ບັນຫາປ້ອນຂໍ້ມູນພະລັງງານຜະລິດໃບບິນ, ບັນຫາດັດແກ້ສະເລ່ຍພະລັງງານຄືນໃຫ້ກັບລູກຄ້າ, ບັນຫາລັກໄຟ, ບັນຫາໝໍ້ນັບໄຟເສຍ ແລະ ບັນຫາອື່ນໆ ທີ່ກ່ຽວກັບໝໍ້ນັບໄຟ.

Cr: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ