ກະຊວງສຶກສາ ອອກແຈ້ງການໃໝ່ ກຳນົດວັນທີ6 ກັນຍາ ເປັນມື້ໄຂສົກຮຽນຂອງການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ

1565

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ກຳນົດວັນທີ 6 ກັນຍາ ເປັນມື້ໄຂສົກຮຽນຂອງການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໂດຍມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ສຳຫຼວດສະຖານການສຶກສາ ທີ່ຖືກນຳໃຊ້ເປັນໂຮງໝໍພາກສະໜາມ, ບ່ອນຈຳກັດບໍລິເວນ, ບ່ອນກວດຫາເຊື້ອພະຍາດໂຄວິດ-19 ໃຫ້ຈັດຕັ້ງກັນເຮັດອະນາໄມ ແລະ ຂ້າເຊື້ອສະຖານທີ່ດັ່ງກ່າວກ່ອນເວລາເປີດສົກຮຽນໃໝ່ຢ່າງໜ້ອຍ 7 ວັນ.

ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການສະບັບວັນທີ 20 ສິງຫາ 2021 ເລື່ອງການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 20 ສິງຫາ ເຖິງວັນທີ 02 ກັນຍາ 2021 ຂອງຂະແໜງການສຶກສາ ແລະ ກິລາ, ໂດຍມີການກຳນົດກ່ຽວກັບການໄຂສົກຮຽນໃໝ່ທຸກຊັ້ນສາຍທົ່ວປະເທດ ເຊິ່ງລາຍລະອຽດດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອະຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄຳສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະແຈ້ງການຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ນັບແຕ່ວັນທີ 20 ສິງຫາ 2021 ເຖິງວັນທີ 02 ກັນຍາ 2021 ຢ່າງເຂັ້ມງວດ;
2. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນສຳລັບ ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ສາມັນກິນນອນຊົນເຜົ່າ, ການສຶກສາພິເສດ, ການສຶກສາສົງ, ການສຶກສານອກໂຮງຮຽນ, ສູນຝຶກອົບຮົມວິຊາຊີບ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ຂັ້ນແຂວງ/ນະຄອນຫຼວງ ຊຶ່ງມີລາຍລະອຽດດັ່ງນີ້:

2.1 ການສຶກສາກ່ອນໄວຮຽນ: ກຳນົດເອົາວັນຈັນ ທີ 06 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່, ໃຫ້ໂຮງຮຽນສົມທົບກັບພໍ່ແມ່-ຜູ້ປົກຄອງເດັກ, ສະມາຄົມພໍ່ແມ່ນັກຮຽນ/ຄະນະພັດທະນາການສຶກສາຂັ້ນບ້ານ ຮ່ວມກັນກຳນົດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ COVID-19 ເພື່ອນຳສະເໜີຂໍອະນຸມັດຈາກຄະນະສະເພາະກິດຂັ້ນຂອງຕົນຈຶ່ງສາມາດເປີດຮຽນໄດ້;
2.2 ການສຶກສາສາຍສາມັນສຶກສາ, ສາມັນກິນນອນຊົນເຜົ່າ, ສາມັນສຶກສາສົງ ແລະ ການສຶກສາພິເສດ ໃຫ້ກຳນົດເອົາວັນຈັນ ທີ 06 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່, ຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃຫ້ທົບທວນຄືນເນື້ອໃນບົດຮຽນວິຊາຫຼັກ ໂດຍສະເພາະວິຊາຄະນິດສາດ, ພາສາລາວທີ່ຮຽນບໍ່ຄົບຫຼັກສູດ ໃນວັນທີ 07-24 ກັນຍາ 2021;
2.3 ການສຶກສານອກໂຮງຮຽນ: ແມ່ນໃຫ້ກະກຽມການເປີດຮຽນຄືນໃນຕົ້ນເດືອນຕຸລາ 2021, ສຳລັບລາຍລະອຽດໃນການຈັດຕັ້ງປະຕິບັດ ກົມການສຶກສານອກໂຮງຮຽນຈະໄດ້ອອກແຈ້ງການສະເພາະ;

2.4 ອາຊີວະສຶກສາ
ກຳນົດເອົາການເປີດສົກຮຽນຂອງນັກຮຽນ ປີທີ 1 ແມ່ນເລີ່ມວັນທີ 15 ຕຸລາ 2021;ການເປີດສົກຮຽນຂອງນັກຮຽນ ປີທີ 2 ແລະ ປີທີ 3 ແມ່ນເລີ່ມວັນທີ 06 ກັນຍາ 2021;ການສຳພາດຄັດເລືອກນັກຮຽນຈົບມັດທະຍົມຕົ້ນເຂົ້າຮຽນວິຊາຊີບຊັ້ນກາງ ແລະ ນັກຮຽນຈົບຊັ້ນມັດທະຍົມປາຍເຂົ້າຮຽນ ແມ່ນໃຫ້ສືບຕໍ່ປະຕິບັດແຕ່ວັນທີ 15 ສິງຫາ ເຖິງວັນທີ 30 ຕຸລາ 2021;ສຳລັບລາຍລະອຽດການຈັດຕັ້ງປະຕິບັດ ກົມອາຊີວະສຶກສາຈະໄດ້ອອກແຈ້ງການສະເພາະ.


2.5 ການສຶກສາຄູ
ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໂປ່ງໃສໃນການສອບເສັງເຂົ້າຮຽນ, ການສອບເສັງຈະໄດ້ປະຕິບັດຢູ່ໃນຫ້ອງ (ໜ້າເຊິ່ງໜ້າ); ຖ້າສະຖານການສຶກສາໃດທີ່ມີຄວາມພ້ອມ, ມີພື້ນຖານເຕັກນິກຮອງຮັບ ສຳລັບການສອບເສັງແບບທາງໄກ (ອອນລາຍ) ໃຫ້ເຮັດການທົດລອງກ່ອນ ຖ້າເຫັນວ່າຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ຄວາມໂປ່ງໃສ ຈຶ່ງສະເໜີໃຫ້ກົມສ້າງຄູ ອະນຸມັດເປັນແຕ່ລະກໍລະນີ;ວັນທີ ແລະ ຮູບແບບການສອບເສັງລະອຽດ ກົມສ້າງຄູຈະໄດ້ອອກແຈ້ງການສະເພາະ;

2.6 ການສຶກສາຊັ້ນສູງ
ກໍານົດເອົາການເປີດສົກຮຽນຂອງນັກສຶກສາ ປີທີ 1 ໃນວັນທີ 15 ຕຸລາ 2021;ການເປີດສົກຮຽນຂອງນັກສຶກສາ ປີທີ 2 ຂຶ້ນໄປ ເລີ່ມແຕ່ວັນທີ 06 ກັນຍາ 2021;ການສອບເສັງເຂົ້າຮຽນຢູ່ສະຖານການສຶກສາຊັ້ນສູງ ເລີ່ມແຕ່ວັນທີ 04 ເຖິງ 30 ກັນຍາ 2021, ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໂປ່ງໃສໃນການສອບເສັງເຂົ້າຮຽນ, ການສອບເສັງຈະໄດ້ ປະຕິບັດຢູ່ໃນຫ້ອງ (ໜ້າເຊິ່ງໜ້າ); ຖ້າສະຖານການສຶກສາຊັ້ນສູງໃດມີນິຕິກຳ, ມີລະບຽບການສອບເສັງ, ມີພື້ນຖານເຕັກນິກຮອງຮັບການສອບເສັງແບບທາງໄກ (ອອນລາຍ) ໃຫ້ເຮັດການທົດລອງກ່ອນ ຖ້າເຫັນວ່າຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ຄວາມໂປ່ງໃສ ຈິື່ງສະເໜີໃຫ້ກົມການສຶກສາຊັ້ນສູງອະນຸ ມັດໄປຕາມແຕ່ລະກໍລະນີ;
ການຈັດພິທີສະຫຼຸບ ແລະ ເປີດສົກຮຽນໃໝ່ ຂອງສະຖານການສຶກສາຊັ້ນສູງ ໃຫ້ຈັດຕັ້ງແບບກະທັດຮັດ, ຮັບປະກັນການປະຢັດ, ມີເນື້ອໃນ ແລະ ໃຫ້ສອດຄ່ອງກັບການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ;

3. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ປະສານສົມທົບກັບຄະນະສະເພາະກິດຂັ້ນຂອງຕົນ ສຳຫຼວດສະຖານການສຶກສາ ແລະ ກິລາ ທີ່ຖືກນຳໃຊ້ເປັນໂຮງໝໍພາກສະໜາມ, ບ່ອນຈຳກັດບໍລິເວນ, ບ່ອນກວດຫາເຊື້ອພະຍາດໂຄວິດ-19, ພ້ອມດຽວກັນນັ້ນໃຫ້ຈັດຕັ້ງກັນເຮັດອະນາໄມ ແລະ ຂ້າເຊື້ອສະຖານທີ່ດັ່ງກ່າວກ່ອນເວລາເປີດສົກຮຽນໃໝ່ຢ່າງໜ້ອຍ 7 ວັນ, ຖ້າຫາກວ່າທ້ອງຖິ່ນຍັງມີຄວາມຈໍາເປັນນໍາໃຊ້ສະຖານການສຶກສາ ແລະ ກິລາໃຫ້ເຮັດລາຍງານໃຫ້ກະຊວງຊາບ 7 ວັນ ກ່ອນການເປີດສົກຮຽນໃໝ່;


4. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາແຕ່ລະຂັ້ນ ສືບຕໍ່ປຸກລະດົມ, ຊຸກຍູ້ພະນັກງານຄູ-ອາຈານ ໃຫ້ໄດ້ຮັບວັກຊີນຄົບຕາມແຜນການຂອງຄະນະສະເພາະກິດ. ພ້ອມດຽວກັນນັ້ນ, ໃຫ້ຄະນະສະເພາະກິດທຸກຂັ້ນໃນຂະແໜງການສຶກສາ ແລະ ກິລາ ສັງລວມລາຍງານຂໍ້ມູນກ່ຽວກັບຈໍານວນພົນທີ່ໄດ້ຮັບວັກຊີນ 1 ເຂັມ ແລະ ຄົບ 2 ເຂັມ ແລະ ລາຍງານໃຫ້ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 1 ເດືອນກັນຍາ 2021.