ທະນາຄານ ຊາຄອມແບັງລາວ ຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໜັກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19

288

ໃນວັນສຸກ ທີ 20 ສິງຫາ 2021 ທີ່ຫ້ອງການປົກຄອງເມືອງຈັນທະບູລີນະຄອນຫຼວງວຽງຈັນ, ທະນາຄານ ຊາຄອມແບັງ ລາວ ສົມທົບກັບຫ້ອງການປົກຄອງເມືອງຈັນທະທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 60 ລ້ານກີບ ໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໜັກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນ 30 ບ້ານພາຍໃນເມືອງຈັນທະບູລີ.

ຕາງໜ້າ ທະນາຄານ ຊາຄອມແບັງ ລາວ ມອບໂດຍທ່ານ ນາງ ອຸໄລພອນ ໂສເງິນ,ສະມາຊິກສະພາບໍລິຫານ, ທັງເປັນຮອງຜູ້ອໍານວຍການໃຫຍ່ ທະນາຄານ ຊາຄອມແບັງ ລາວ ແລະ ຮັບໂດຍທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ພ້ອມດ້ວຍບັນດາຄະນະນໍາ ແລະ ພະນັກງານທັງສອງຝ່າຍ ພ້ອມດ້ວຍບັນດານາຍບ້ານແຕ່ລະບ້ານກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ທະນາຄານ ຊາຄອມແບັງ ລາວ ຂໍສົ່ງກໍາລັງໃຈ ແລະ ຂໍເປັນສ່ວນໜຶ່ງໃນການແບ່ງເບົາພາລະ ຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ Covid-19 ນັ້ນ ແລະ ຫວັງຢ່າງຍິ່ງວ່າພວກເຮົາທຸກຄົນຈະສາມາດຜ່ານຜ່າວິກິດນີ້ໄປດ້ວຍກັນ.

ຂ່າວ-ພາບ: ທະນາຄານ ຊາຄອມແບັງ ລາວ