1 ກັນຍາ 2021 ໄຂສົກຮຽນໃໝ່ທົ່ວປະເທດ

416

ເຖິງແມ່ນວ່າຍັງຢູ່ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຕ້ອງໄດ້ມີການປະຕິບັດມາດຕະການຢ່າງເຂັ້ມງວດຕາມທີ່ຄະນະສະເພາະກິດໄດ້ວາງອອກ ແຕ່ສຳລັບເວດວົງການສຶກສາກໍ່ຕ້ອງໄດ້ໄປຕາມຫຼັກສູດ ດັ່ງນັ້ນ ກະຊວງສຶກສາທິການ ແລະ ກິລາຈຶ່ງໄດ້ແຈ້ງການກຳນົດມື້ເປີດສົກຮຽນໃໝ່ 2021-2021 ໂດຍ ຈະໄຂຂຶ້ນໃນວັນທີ 1 ກັນຍາ 2021 ທີ່ຈະມາຮອດນີ້ທົ່ວປະເທດ.


ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງການສະບັບເລກທີ 2677/ຫກ ລົງວັນທີ 18 ສິງຫາ 2021 ກ່ຽວກັບການໄຂສົກຮຽນໃໝ່ ພ້ອມມາດຕະການຄວບຄຸມ ສະກັດກັ້ນໂຄວິດ-19 ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານ, ການຮຽນ-ການສອນໃນໄລຍະພັກສິ້ນປີຮຽນ ຂອງໂຮງຮຽນສາມັນຮຽນ 2020-2021, ການກະກຽມ ແລະ ໄຂສົກຮຽນ 2021-2022.


ໂດຍກຳນົດເອົາວັນທີ 1 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່ຢ່າງເປັນທາງການທົ່ວປະເທດ ແຕ່ຕ້ອງປະຕິບັດຢ່າງເຄັ່ງຄັດ ຕໍ່ລະບຽບຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ວາງອອກ ສະນັ້ນ, ຈຶ່ງໃຫ້ບັນດາໂຮງຮຽນສາມັນສຶກສາ ໃນຂອບເຂດທົ່ວປະເທດປະຕິບັດດັ່ງນີ້:


1. ຈັດຕັ້ງການບໍາລຸງນັກຮຽນ ເປັນຕົ້ນ ນັກຮຽນເກັ່ງ, ນັກຮຽນອ່ອນ ແລະ ນັກຮຽນພອນສະຫວັນຂອງໂຮງຮຽນ ໃນໄລຍະພັກສິ້ນປີຮຽນ.
2. ນໍາພານັກຮຽນ ມ.4 ແລະ ມ.7 ຄົ້ນຄວ້າບົດຮຽນເພື່ອສອບເສັງເຂົ້າຮຽນສາຍອະຊີວະສຶກສາ, ມະຫາວິທະຍາໄລ ແລະ ສອບເສັງ ຫຼື ສະຫມັກທຶນການສຶກສາ ທັງພາຍໃນ ແລະ ຕ່າງປະເທດ.
3. ສືບຕໍ່ສິດສອນທາງອອນລາຍ, ແນະນໍານັກຮຽນ ຮຽນນໍາສື່ອອນລາບຕ່າງໆ, ຖານຂໍ້ມູນການຮຽນ ດັ່ງປັນຍາລາວ ແລະ ແຫຼ່ງຂໍ້ມູນຂ່າວສານອື່ນໆຕາມເງື່ອນໄຂສະພາບຕົວຈິງ.


4, ຈັດຕັ້ງປະຕິບັດວຽກງານເຄື່ອນໄຫວນອກຫຼັກສູດ ເຊັ່ນ: ອະນາໄມບໍລິເວນເດີ່ນໂຮງຮຽນ, ຫ້ອງຮຽນ,ອາຄານຮຽນ, ປັດ-ສ້ອມແປງຫຼັງດາ, ລ້ວງຮາງລິນ, ລວງຮ່ອງລະບາຍນ້ໍາ, ສ້ອມແປງໂຕະຕັ່ງ, ທາສີກະດານ ແລະ ປະຕິບັດກິດຈະກໍາອື່ນໆ ທີ່ມີຄົນເຂົ້າຮ່ວມບໍ່ຫຼາຍ ເພື່ອຕ້ອນຮັບວັນໄຂສົກຮຽນ. ນອກຈາກນັ້ນ, ໂຮງຮຽນສາມັນສຶກສາທີ່ໄດ້ໃຊ້ເປັນສູນຈໍາກັດບໍລິເວນແຮງງານຈາກປະເທດເພື່ອນບ້ານຜ່ານມາໃຫ້ຈັດຕັ້ງການອະນາໄມ, ສີດຢາຂ້າເຊື້ອໃນຫ້ອງຮຽນ ແລະ ບໍລິເວນໂຮງຮຽນ.
5. ກະກຽມຄວາມພ້ອມຮອບດ້ານໃນການໄຂສົກຮຽນໃຫມ່ 2021-2012 ເປັນຕົ້ນ ຈັດກອງປະຊຸມປະຈໍາປີ ເພື່ອສະຫຼຸບປະຈໍາສົກຮຽນ 2010-2021, ວາງແຜນການປະຈໍາສົກຮຽນ 2021-2012, ສໍາມະນາ, ຝຶກ ອົບຮົມດູ, ວາງແຜນການສັບຊ້ອນຄູສອນ, ກະກຽມ, ອຸປະກອນ, ເອກະສານປະກອບການຮຽນ-ການສອນ ແລະ ຮັບການລົງທະບຽນເຂົ້າຮຽນຂອງນັກຮຽນ.
6, ອາທິດທີ 4 ເດືອນ ສິງຫາ 2021 ໂຮງຮຽນມອບຕາຕະລາງສອນໃຫ້ຄູ, ຈັດເອກະສານເພື່ອຮັບນັກຮຽນຈະມາລົງທະບຽນຮຽນ ສົກຮຽນ 2021-2022.


7. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ.ນະຄອນຊື້ນໍາ, ກວດກາ, ຕິດຕາມການກະກຽມຄວາມພ້ອມໄຂສົກຮຽນໃຫມ່ຂອງໂຮງຮຽນສາມັນສຶກສາ ພ້ອມກັນນັ້ນ ໃຫ້ແນະນໍາຜູ້ບໍລິຫານໂຮງຮຽນ, ຄູ, ນັກຮຽນໃສ່ຜ້າອັດປາກ-ດັງຕະຫຼອດເວລາຢູ່ໃນ ໂຮງຮຽນ, ຫມັ່ນລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ນ້ໍາຢາ, ເຈວລ້າງມື ແລະ ຢູ່ຫ່າງກັນ 1 ແມັດຂຶ້ນໄປ; ປຸກລະດົມນັກຮຽນ, ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ສັງຄົມໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ເຊື້ອຫມັ້ນຕໍ່ກັບ ວິທີປ້ອງກັນ, ຄວບຄຸມ, ຫຼືກເວັ້ນຄວາມສ່ຽງໃນການຕິດເຊື້ອພະຍາດ, ບໍ່ຢ້ານກົວຕໍ່ສະຖານທີ່ຮຽນ, ໂຮງຮຽນ ແລະ ໃຫ້ຄວາມຮ່ວມມື ສົ່ງລູກຫຼານມາເຂົ້າຮຽນຢ່າງຄົບຖ້ວນ.


8. ວັນທີ 01 ກັນຍາ 2021 ໃຫ້ຈັດຕັ້ງພິທີໄຂສົກຮຽນໃຫມ່ 2021-2022 ຂຶ້ນຢ່າງເປັນທາງການ.
9. ບັນດາກິດຈະກໍາທີ່ໄດ້ລະບຸໃນຂໍ້ 1. 2, 4, 5, 6, 7 ແລະ ຂໍ້ 8 ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົ້ນ ແລະ ໃຫ້ຮັບປະກັນ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ. ລະບາດຂອງພະຍາດໂດວິດ-19 ຢ່າງເຂັ້ມງວດ. ສໍາລັບ ໂຮງຮຽນຢູ່ເຂດທີ່ມີການລະບາດພະຍາດໂດວິດ19 ໃນຊຸມຊົນ (ເຂດພື້ນທີ່ສີແດງ) ແລະ ໂຮງຮຽນທີ່ຍັງໃຊ້ເປັນສູນກັກບໍລິເວນຜູ້ທີ່ມີຄວາມສ່ຽງ ບໍ່ໃຫ້ຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ.
10. ບັນດາຜູ້ບໍລິຫານໂຮງຮຽນ, ຄູ ແລະ ພະນັກງານໃນໂຮງຮຽນສາມັນສຶກສາ ຕ້ອງສັກວັກຊິນກັນພະຍາດໂດວິດ-19 ຄົບຕາມຈໍານວນທີ່ກໍານົດ.
11. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງວຽງຈັນ ອອກແຈ້ງການກ່ຽວກັບການກໍານົດວັນໄຂສົກຮຽນໃຫມ່ ວັນທີ 01 ກັນຍາ 2021 ເຖິງຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ,ໂຮງຮຽນສາມັນທີ່ຂຶ້ນກັບຮັບຊາບ ແລະ ປະຕິບັດເປັນເອກະພາບກັນ.
12. ກໍລະນີ ສະພາບການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງການຕາມພາຍຫຼັງ.