ໂຄງການສ້າງຄວາມສາມາດຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳຮຸ່ງນ້ຳແມັດ ມອບເງິນພັດທະນາກອງທຶນບ້ານໃຫ້ບ້ານຄອນປຽດ

341

ໃນວັນທີ 19 ສິງຫາ 2021, ໂຄງການສ້າງຄວາມສາມາດຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳຮຸ່ງນ້ຳແມັດ ໄດ້ມອບເງິນພັດທະນາກອງທຶນບ້ານໃຫ້ບ້ານຄອນປຽດຈຳນວນ 20 ລ້ານກວ່າກີບ ທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສີຈັນ ຫານເສິກ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຍະບູລີ, ທ່ານ ໄຊຍະສັກ ລິນທອນສີ ຮອງຫົວໜ້າຂະແໜງສີ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ, ມີພະນັກງານວິຊາການຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມ.

ທ່ານ ກິແກ້ວ ສີຫາລາດ ວິຊາການ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ໂຄງການສ້າງຄວາມສາມາດຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳຮຸ່ງ-ນ້ຳແມັດໄດ້ຮັບທຶນຈາກກອງທືນປົກປັກຮັກສາສິ່ງແວດລ້ອມທີ່ນະຄອນຫຼວງວຽງຈັນ, ຈຸດປະສົງຂອງໂຄງການແມ່ນເພື່ອປົກປັກຮັກສາເຂດປ່າຍອດນ້ຳຕ່າງໆ ແລະ ຊີວະນາໆພັນທີ່ມີຄວາມສຳຄັນພາຍໃນຂອບເຂດບ້ານຮັບຜິດຊອບ, ຟື້ນຟູປ່າໄມ້ທີ່ຊຸດໂຊມ ແລະ ເຂດທີ່ມີທ່າແຮງໃນການຟື້ນຟູ.

ຈາກນັ້ນໃນກອງປະຊຸມກໍໄດ້ມອບເງິນພັດທະນາກອງທຶນບ້ານຈຳນວນ 20 ລ້ານກີບໃຫ້ບ້ານດັ່ງກ່າວໂດຍການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ສົມພົງ ສີສະຫວັດ