ທະນາຄານຮ່ວມພັດທະນາ ຈັບມື ບໍລິສັດ ໂຊກໄຊກຣຸບ ຮ່ວມມືທາງດ້ານທຸລະກິດ

994

ເມື່ອບໍ່ດົນມານີ້ ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມີພິທີເຊັນສັນຍາວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ລະຫວ່າງ ທະນາຄານຮ່ວມພັດທະນາ (JDB) ແລະ ກຸ່ມບໍລິສັດໂຊກໄຊ ກຣຸບ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີຄະນະຜູ້ບໍລິຫານທະນາຄານຮ່ວມພັດທະນາ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ໂຊກໄຊກຣຸບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ .


ໃນການເຊັນສັນຍາຄັ້ງນີ້ ຝ່າຍທະນາຄານຮ່ວມພັດທະນາແມ່ນລົງນາມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ຝ່າຍກຸ່ມບໍລິສັດ ໂຊກໄຊກຣຸບ ລົງນາມໂດຍ ທ່ານ ພອນສະຫວັນ ສີຊະນະ ຜູ້ອໍານວຍການໃຫຍ່ຝ່າຍບໍລິຫານລວມ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ເພື່ອໃຫ້ບໍລິການ,ການພັດທະນາຜະລິດຕະພັນ ແລະພັດທະນາລະບົບຕ່າງໆ ຮ່ວມກັນເພື່ອອໍານວຍຄວາມສະດວກໃຫ້ລູກຄ້າ ເປັນຕົວແທນເບີກຈ່າຍເງິນລາງວັນ ໃຫ້ກັບຜູ້ໂຊກດີທີ່ຖືກລາງວັນໃນແຕ່ລະງວດ ຂອງຫວຍທັນສະໄໝໂຊກໄຊ.

ໂດຍ JDB ເປັນຕົວແທນໃນການຊໍາລະສະສາງເງິນລາງວັນ, ຮ່ວມມືໃນດ້ານການຊໍາລະຄ່າເຊົ່າສິນເຊື່ອ ຂອງລູກຄ້າ ສະຖາບັນການເງິນໂຊກໄຊ ໂດຍຊໍາລະຜ່ານຊ່ອງທາງ ໜ້າເຄົາເຕີ້ໜ່ວຍບໍລິການ ຜ່ານລະບົບ Auto Debit ແລະ ຜ່ານຊ່ອງທາງ JDB YES Mobile Banking ຂອງທະນາຄານຮ່ວມພັດທະນາ ເພື່ອເພີ້ມທາງເລືອກໃນການຊໍາລະສະສາງ, ສຶກສາຄວາມເປັນໄປໄດ້ທາງດ້ານລະບົບ Payment Geteway ຂອງທາງ JDB ໃຫ້ເປັນໜຶ່ງໃນທາງເລືອກຂອງລູກຄ້າໃນການຊໍາລະສະສາງສິນຄ້າໃນລະບົບຂອງໂຊກໄຊອໍລ( SOKXAYALL APPICATION ) ນອກຈາກນັ້ນຍັງຈະໄດ້ຮ່ວມມືກັນໃນທາງດ້ານບໍລິການຕ່າງໆ ທີ່ພົວພັນກັນກັບການດໍາເນີນທຸລະກິດທີ່ມີຜົນປະໂຫຍດຮ່ວມກັນໃນອະນາຄົດ, ປະຈຸບັນນີ້ ມີ 17 ສາຂາ ຂອງບໍລິສັດໂຊກໄຊ ສາມາດນໍາໃຊ້ QR ຂອງ JDB ໄດ້ແລ້ວ .


ທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ ແລະ ຫລາຍບໍລິສັດ ເພື່ອບໍລິການດ້ານການເງິນ ທີ່ຄົບວົງຈອນ ໃຫ້ກັບລູກຄ້າທຸກລະດັບ ຢ່າງເທົ່າທຽມກັນ ປະຕິບັດນະໂບຍາຍ ຕ່າງຝ່າຍ ມີຜົນປະໂຫຍດ ຕາມຄໍາຂັວນ ທີ່ວ່າ : “ ເຕີບໃຫຍ່ໄປພ້ອມກັນ “

ບົດຂ່າວ : ຄໍາຕົ້ນ ວໍລະຈັກ